ກອງປະຊຸມທາງໄກຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ

Published on 15/11/2021

ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ) ໄດ້ຈັດກອງປະຊຸມທາງໄກຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ຂື້ນໃນວັນທີ 10 ພະຈິກ 2021 ທີ່ ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການເປັນປະທານຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ເຊີ່ງມີບັນດາທ່ານ ໃນຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຂັ້ນແຂວງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ນັ້ນໃສ່ການປືກສາຫາລື ແລະ ລາຍງານການຈັດຕັັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ປີ 2021 ແລະ ແຜນການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ປີ 2022. ກອງປະຊຸມໄດ້ປືກສາຫາລື ແລະ ປະກອບຄໍາເຫັນເຂົ້າໃນ (ຮ່າງ) ດໍາລັດວ່າດ້ວຍການແກ້ບັນຫາລະເບີດບໍ່ທັນແຕກ ແລະ (ຮ່າງ) ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ “ເສັ້ນທາງກ້າວໄປສູ່ຄວາມປອດໄພ III” ສຳລັບປີ 2021 – 2030, ການຜະລິດຟີມຮູບເງົາ ແລະ ເພງ ລບຕ, ການເຊື່ອມສານວຽກງານຕ້ານພະຍາດໂຄວິດ 19 ເຂົ້າໃນລາຍການວິທະຍຸ ລບຕ ຢູ່ 5 ແຂວງ, ສາມາດປົດປ່ອຍເນື້ອທີ່ດິນໄດ້ 2,595 ເຮັກຕາ, ທຳລາຍລະເບີດໄດ້ 49,819 ໜ່ວຍ, ລະເບີດລູຫວ່ານ 38,737 ຫລື ກວມເອົາ 78% ແລະ ວຽກການໂຄສະນາສືກສາຄວາມສ່ຽງໄພ 435 ບ້ານ. ນອກນັ້ນ ກອງປະຊຸມຍັງໄດ້ລາຍງານ ທິດທາງແຜນການ ສໍາລັບປີ 2022, ເອົາໃຈໃສ່ຈັດຕັ້ງປະຕິບັດຕົວເລກຄາດໝາຍ, ເຜີຍແຜ່ ແຜນຍຸດທະຍາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ລບຕ “ເສັ້ນທາງກ້າວໄປສູ່ຄວາມປອດໄພ III” ສໍາລັບປີ 2021 – 2030. ພ້ອມກັນນັ້ນ ກອງປະຊຸມຍັງຍົກໃຫ້ເຫັນບັນຫາທີ່ເປັນສິ່ງທ້າທາຍຂອງວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເປັນຕົ້ນແມ່ນການປະຕິບັດງານແມ່ນບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19, ຄວາມຫຍຸ້ງຍາກທາງດ້ານພູມສາດຂອງພື້ນທີ່ການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ.