ກອງປະຊຸມຂອງຄະນະຊີ້ນຳໂຄງການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃນການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເພື່ອກ້າວສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ຄັ້ງທີ 1 ປີ 2022

Published on 11/04/2022

ກອງປະຊຸມຄະນະຊີ້ນໍາໂຄງການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອກ້າວສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ຄັ້ງທີ 1 ປີ 2022 ຈັດຂຶ້ນວັນທີ 7 ເມສາ 2022 ຜ່ານລະບົບທາງໄກ ເປັນປະທານຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ນາງ Ricarda Rieger ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາລາວ ມີຄະນະຊີ້ນໍາໂຄງການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃນການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຫົວໜ້າພະແນກ ຮສສ ແຂວງຊຽງຂວາງ ແລະ ແຂວງສະຫວັນນະເຂດເຂົ້າຮ່ວມ. ທ່ານນາງ ຄໍາໃບ ຂັດທິຍະ ກ່າວວ່າ:ຕາມກົນໄກປົກກະຕິຂອງຄະນະຊີ້ນໍາໂຄງການຈະໄດ້ປະຊຸມຮ່ວມກັນສອງຄັ້ງຕໍ່ປີ ແລະ ສໍາລັບປີ 2022 ເປັນກອງປະຊຸມຄັ້ງທໍາອິດໃນປີນີ້ ເນື່ອງຈາກສະພາບການລະບາດພະຍາດໂຄວິດ-19 ຈຶ່ງບໍ່ສາມາດຈັດກອງປະຊຸມໃນຮູບແບບເຊິ່ງໜ້າໄດ້ ໂຄງການຮ່ວມມືລະຫວ່າງລດຖະບານລາວກັບ ອົງການສະຫະປະຊາຊາດ (ສປຊ) ເພື່ອການພັດທະນາກ່ຽວກັບວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ໄລຍະປີ 2017-2021 ໄດ້ລົງນາມໃນວັນທີ 7 ກໍລະກົດ 2017 ມາຮອດປັດຈຸບັນໂຄງການກໍ່ສິ້ນສຸດລົງແລ້ວ ເຊິ່ງນັບແຕ່ມື້ລົງນາມຮ່ວມກັນ ອົງການ ສປຊ ເພື່ອການພັດທະນາໄດ້ເອົາໃຈໃສ່ລະດົມທຶນ ບັນດາປະເທດຜູ້ໃຫ້ທຶນ ປະກອບສ່ວນທຶນຮອນເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໂດຍການສະໜັບສະໜູນຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ເພື່ອຈັດຕັ້ງປະຕິບດກິດຈະກໍາດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ຖືໂອກາດນີ້ໃນນາມກະຊວງ ຮສສ ລັດຖະບານແຫ່ງ ສປປ ລາວ ປະຊາຊົນລາວບັນດາເຜົ່າ ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ ສະແດງຄວາມຮູ້ບູນຄຸນຢ່າງສູງຕໍ່ອົງການ ສປຊ ເພື່ອການພັດທະນາພ້ອມດ້ວຍບັນດາປະເທດຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນຕ່າງໆທີ່ໄດ້ໃຫ້ການສະໜັບສະໜູນດ້ານທຶນຮອນ ແລະ ເຕັກນິກວິຊາການ ບັນດາອົງການປະຕິບັດງານຕະຫຼອດຮອດຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ ສປປ ລາວ. ກ່ຽວກັບການສືບຕໍ່ການຮ່ວມມື ລະຫວ່າງກະຊວງ ຮສສ ໃນນາມຕາງໜ້າລັດຖະບານຮ່ວມກັບ ອົງການ ສປຊ ເພື່ອການພັດທະນາ ເພື່ອຈັດຕັ້ງປະຕິບັດໂຄງການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃນ ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບ ຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ໄລຍະປີ 2022-2026 ຈຸດປະສົງຕົ້ນຕໍຂອງໂຄງການເພື່ອສ້າງຄວາມເຂັ້ມແຂງວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໂດຍການສຸມໃສ່ການເຮັດເນື້ອທີ່ດິນມີຄວາມປອດໄພ ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກຕົກຄ້າງ ໃຫ້ການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ການສະໜັບສະໜູນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ຍຸດທະສາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຫຼື ເອີ້ນ ວ່າ “ເສັ້ນທາງກ້າວສູ່ຄວາມປອດໄພ III” ໄລຍະປີ 2021-2030. ພ້ອມນັ້ນໂຄງການກໍ່ຈະໄດ້ເນັ້ນໜັກໃສ່ກ່ຽວກັບການຫຼຸດຜ່ອນໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນຊຸມຊົນ ເພື່ອເຮັດໃຫ້ຊຸມຊົນສາມາດດຳລົງຊີວິດ ແລະ ພັດທະນາຊຸມຊົນຂອງເຂົາເຈົ້າໂດຍປາສະຈາກໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ. ເພື່ອເປັນການກະກຽມໃຫ້ແກ່ການຈັດຕັ້ງປະຕິບັດໂຄງການຮ່ວມມືໃນໄລຍະໃໝ່ ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານຜົນສໍາເລັດການຈັດຕັ້ງປະບັດໂຄງການປະຈໍາໄຕມາດທີ 1 ຂອງປີ 2022 ເຊິ່ງເປັນກິດຈະກຳທີ່ໄດ້ສືບຕໍ່ຈາກໂຄງການໄລຍະເກົ່າ ແລະ ເປັນກິດຈະກຳມ້ວນທ້າຍຂອງໂຄງການດັ່ງກ່າວ ພ້ອມນີ້ກອງປະຊຸມໄດ້ຮັບຟັງການລາຍງານແຜນການປະຈຳໄຕມາດທີ 2 - 4 ປີ 2022 ເຊິ່ງເປັນແຜນການຈະຈັດຕັ້ງປະຕິບັດໂຄງການຮ່ວມມືໄລຍະໃໝ່.