ລັດຖະບານ ສປປ ລາວ ຮ່ວມມືກັບ ອົງການຈັດຕັ້ງສາກົນ ໄດ້ລົງນາມບົດບັນທຶກການປຶກສາຫາລື ແລະ ຂໍ້ຕົກລົງ ກ່ຽວກັບ ໂຄງການສະໜັບສະໜູນ ເພື່ອສ້າງຄວາມຍືນຍົງໃຫ້ແກ່ວຽກງານການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ.

Published on 10/05/2022

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ ໄດ້ລົງນາມບົດບັນທຶກການປືກສາຫາລື ແລະ ຂໍ້ຕົກລົງ ກ່ຽວກັບ ໂຄງການສະໜັບສະໜູນເພື່ອສ້າງຄວາມຍືນຍົງໃຫ້ແກ່ ວຽກງານການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ. ໃນວັນທີ 9 ພຶດສະພາ 2022 ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊັນໂດຍ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ, ຜູ້ປະຈຳການ ຄຊກລ, ທ່ານ ນາງ Ricarda Rieger ຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ ແລະ ທ່ານ ນາງ Myungjin Kim, ຜູ້ອໍານວຍການອົງການຮ່ວມມືສາກົນ ສ.ເກົາຫຼີ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ Moohong Im, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ແລະ ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ແຂກຜູ້ມີກຽດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນສັກຂີພະຍານ. ໂຄງການດັ່ງກ່າວ, ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານ ສ.ເກົາຫຼີ ໂດຍຜ່ານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ເປັນໄລຍະທີ 3, ມີມູນຄ່າສູງເຖິງ 11 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ໂດຍອີງໃສ່ຜົນສຳເລັດໃນການປະຕິບັດໂຄງການໄລຍະຜ່ານມາແມ່ນມີປະສິດຕິພາບ, ປະສິດຕິຜົນສູງ ແລະ ບົດຮຽນທີ່ຖອດຖອນໄດ້ໂດຍຜ່ານການຮ່ວມມືລະຫວ່າງ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ, ອົງການຮ່ວມມືສາກົນ ສ.ເກົາຫຼີ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນັບແຕ່ປີ 2015 ເປັນຕົ້ນມາ. ເປົ້າໝາຍຕົ້ນຕໍ ຂອງໂຄງການເພື່ອສ້າງຄວາມຍືນຍົງໃຫ້ແກ່ວຽກງານການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ (2022-2026) ແມ່ນເພີ່ມທະວີຄວາມເປັນເຈົ້າການແຫ່ງຊາດ. ເພີ່ມທະວີຄວາມສາມາດຂອງ ຂະແໜງການໃນທົ່ວປະເທດ ໂດຍການເພີ່ມທະວີຄວາມອາດສາມາດຂອງ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ທີມງານກວດກູ້ລະເບີດ ເພື່ອມະນຸດສະທຳ ກອງທັບ 58. ຜ່ານໂຄງການນີ້, ຈະໄດ້ຮັບການກວດກູ້ດິນທີ່ເປັນບຸລິມະສິດຫຼາຍກວ່າເກົ່າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ, ການຮັບມືກັບໄພຂົ່ມຂູ່ຈາກ ລະເບີດບໍ່ທັນແຕກ ຂອງຊຸມຊົນຖືກຫຼຸດລົງ ແລະ ສິດຂອງຜູ້ປະສົບເຄາະຮ້າຍກໍ່ໄດ້ຮັບຜົນດີ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດນີ້ ເປັນສ່ວນໜຶ່ງຂອງ ລັດຖະບານແຫ່ງ ສປປ ລາວ ແລະ ວຽກງານການແກ້ໄຂບັນຫາ ລບຕ ຂອງ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ, ສະໜັບສະໜູນວຽກງານ ລບຕ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງທີ 18 ແລະ ແຜນຍຸດທະສາດແຫ່ງຊາດ "ເສັ້ນທາງກ້າວສູ່ຄວາມປອດໄພ III" (2022-2026) ໂດຍຜ່ານການສະໜັບສະໜູນດ້ານແຜນງານ ແລະ ເຕັກນິກວິຊາການຈາກ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ. ໂຄງການດັ່ງກ່າວຈະປະຕິບັດແຜນການສຳຫຼວດ ແລະ ກວດກູ້ ໂດຍ ກອງກວດກູ້ເພື່ອມະນຸດສະທຳ ກອງທັບ 58 ຈຳນວນ 20 ທິມ, ການຫຼຸດຜ່ອນຄວາມສ່ຽງໄພຈາກລະເບີດ, ການເພີ່ມຂີດຄວາມສາມາດຂອງ ຄຊກລ ແລະ ດ້ານນິຕິກໍາຂອງຂະແໜງການໃຫ້ເຂັ້ມແຂງ. ໃນພິທີ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ, ຜູ້ປະຈຳການ ຄຊກລ ກ່າວມີຄຳເຫັນວ່າ: ”ນັບແຕ່ປີ 2015 ເຊີ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການໄລຍະທີ 1 ຈົນຮອດປະຈຸບັນ ເປັນໂຄງການ ໄລຍະທີ 3 ລັດຖະບານ ສ.ເກົາຫຼີ ໄດ້ສະໜອງທຶນການຊ່ວຍເຫຼືອລ້າເຂົ້າໃນ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໂດຍຜ່ານ ອົງການສະຫະປະຊາຊາດ ເພື່ອການພັດທະນາ. ໂຄງການດັ່ງກ່າວແມ່ນມີຜົນສຳເລັດອັນໃຫຍ່ຫຼວງໃນການປະກອບສ່ວນເຂົ້າໃນບັນດາໜ້າວຽກທີ່ສຳຄັນ ຂອງວຽກງານແກ້ໄຂບັນຫາລະເບີດບໍ່ທັນທີ່ຕົກຄ້າງຢູ່ ສປປ ລາວ. ສໍາລັບໂຄງການ ໄລຍະທີ 3 ນີ້ ແມ່ນຈະສຸມໃສ ສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງ ໃຫ້ແກ່ວຽກງານການແກ້ໄຂ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໃນໄລຍະ 5 ປີຕໍ່ໜ້າເປັນຕົ້ນແມ່ນ: - ສະໜັບສະໜູນວຽກງານການວາງແຜນຈັດລຽງບູລິມະສິດຂອງວຽກງານການສຳຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກ ເພື່ອປົດປ່ອຍເນື້ອທີ່ດິນ; - ສະໜັບສະໜູນວຽກງານໂຄສະນາສຶກສາ ເພື່ອຫຼຸດຜ່ອນຄວາມສ່ຽງຈາກບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃຫ້ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງ; - ປັບປຸງຂີດຄວາມອາດສາມາດຂອງ ຫ້ອງການ ຄຊກລ ໃນການຈັດຕັ້ງປະຕິບັດຍຸດທະສາດຂອງຂະແໜງການ(ການຕິດຕາມຊຸກຍູ້, ໃຫ້ຄຳແນະນຳ ແລະ ການຄວບຄຸມຄຸນນະພາບ), ການນໍາໃຊ້ຂໍ້ມູນ ແລະ ການລະດົມຂົນຂວາຍທຶນ; - ສ້າງຄວາມເຂັ້ມແຂງໃຫ້ແກ່ ກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ ດ້ານວຽກງານການສຳຫຼວດ ແລະ ກວດກູ້ ພ້ອມທັງສະໜອງອຸປະກອນພາກສະໜາມໃຫ້ແກ່ທີມດັ່ງກ່າວ; - ສະໜັບສະໜູນການປະຕິບັດພັນທະ ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ການປົດປ່ອຍເນື້ອທີ່ດິນ ແລະ ການສະໜອງການບໍລິການອື່ນກ່ຽວກັບວຽກງານແກ້ໄຂບັນຫາ ລບຕ ໃນຊຸມຊົນ.” ຕອນທ້າຍ ທ່ານ ປະເດີມພອນ ສົນທະນີ ໃນນາມຕາງໜ້າລັດຖະບານ ສປປ ລາວ, ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງລັດຖະບານ ສ. ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫືຼອງົບປະມານ ໃນໄລຍະຜ່ານມາຈົນຮອດປະຈຸບັນ ໃນການປະກອບເຂົ້າໃນວຽກງານແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ຫັວງຢ່າງຍີ່ງວ່າ ລັດຖະບານ ສ. ເກົາຫຼີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອອີກຕໍ່ໄປ. ພ້ອມທັງສະແດງຄວາມຂອບໃຈ ມາຍັງ ອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ ທີ່ໄດ້ເອົາໃຈໃສ່ ໃນການສະໜັບສະໜູນລະດົມຂົນຂວາຍທຶນ ເພື່ອມາຮັບໃຊ້ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ນຳອີກ. ໃນໂອກາດນີ້ ທ່ານ ນາງ Ricarda Rieger ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ ໄດ້ກ່າວຂອບໃຈ ອົງການຮ່ວມມືສາກົນ ສ.ເກົາຫຼີ ແລະ ລັດຖະບານ ແຫ່ງ ສ.ເກົາຫຼີ ທີ່ໃຫ້ການຮ່ວມມື ແລະ ໃຫ້ຄຳ ໝັ້ນສັນຍາໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເລັ່ງພັດທະນາ ສປປ ລາວ ໂດຍສືບຕໍ່ໃຫ້ການສະໜັບສະໜູນການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ. ທ່ານນາງ Ricarda Rieger ກ່າວຕື່ມວ່າ: “ຂ້າພະເຈົ້າດີໃຈທີ່ສາມາດນັບມື້ນັບໄດ້ຮັບການສະໜັບສະໜູນຂອງລັດຖະບານ ສ.ເກົາຫຼີ ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ເພື່ອຕອບສະໜອງຄວາມຕ້ອງການຂອງຂະແໜງການ ແລະ ບັນລຸໄດ້ຄາດໝາຍທີ່ວາງໄວ້ໃນແຜນພັດທະນາແຫ່ງຊາດ ແລະ ພາຍໃຕ້ ການພັດທະນາແບບຍືນຍົງທີ 18”. ຄາດວ່າໂຄງການດັ່ງກ່າວຈະປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງ ສປປ ລາວ ເພື່ອບັນລຸແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9, ຍຸດທະສາດແຫ່ງຊາດ 10 ປີ "ເສັ້ນທາງກ້າວສູ່ຄວາມປອດໄພ III" ແລະ ເປົ້າ ໝາຍພັດທະນາແບບຍືນຍົງ (SDG) ໂດຍສະເພາະເປົ້າໝາຍທີ 18 ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ.