ພິທີເປີດໂຄງການສຳຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ແຂວງ ຊຽງຂວາງ ໄລຍະ II ອົງການເກັບກູ້ລະເບີດແມັກ ປະຈຳ ສປປ ລາວ.

Published on 26/07/2022

ໃນຕອນເຊົ້າວັນທີ 25 ກໍລະກົດ 2022 ທີ່ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດໂຄງການສຳຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ແຂວງ ຊຽງຂວາງ ໄລຍະ II ເຊີ່ງໄດ້ຮັບທຶນສະນັບສະໜູນ ຈາກ ລັດຖະບານສະຫະລັດອາມເລິກາ ມູນຄ່າ 7.6 ລ້ານໂດລາສະຫະລັດ ໂດຍມີໄລຍະການຈັດຕັ້ງປະຕິບັດໂຄງການ ແຕ່ມວັນທີ ໄດ້ຮັບການອະນຸມັດ ຈົນເຖິງວັນທີ 31 ທັນວາ 2022. ໂຄງການດັ່ງກ່າວແມ່ນແມ່ນໂຄງການທີ່ໄດ້ຢູ່ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໂດຍ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແລະ ອົງການເກັບກູ້ລະເບີດແມັກ ປະຈຳ ສປປ ລາວ. ໂຄງການດັ່ງກ່າວແມ່ນມີຈຸດປະສົງ ເພື່ອເປັນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແຂວງ ຊຽງຂວາງ, ໂດຍການກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງອອກຈາກເນື້ອທີ່ດິນບ່ອນທີ່ມີການພັດທະນາ ແລະ ດິນທຳການຜະລິດດ້ານກະສິກຳ ຂອງ ພໍ່-ແມ່ປະຊາຊົນບັນດາເຜົ່າ. ພ້ອມດຽວກັນ, ກໍ່ເພື່ອເປັນການສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວໃຫ້ບັນລຸເປົ້າໝາຍດ້ານການພັດທະນາແບບຍືນຍົງ ທີ 18, ໂດຍການຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນໄລຍະຍາວ ຢູ່ ສປປລາວ. ໂຄງການດັ່ງກ່າວ ແມ່ນມີທີ່ຕັ້ງ ຢູ່ 7 ເມືອງຂອງແຂວງຊຽງຂວາງ ປະກອບມີ: ເມືອງໜອງແຮດ, ເມືອງຄູນ, ເມືອງຜາໄຊ, ເມືອງແປກ, ເມືອງພູກູດ, ເມືອງຄໍາ ແລະ ເມືອງໝອກ. ໂດຍຈະສຸມໃສ່ ຈັດຕັ້ງປະຕິບັດ 04 ກິດຈະກຳຫຼັກຄື: 1).ສໍາຫຼວດທີ່ບໍ່ແມ່ນທາງດ້ານວິຊາການ, 2) ໂຄສະນາສຶກສາຄວາມສ່ຽງໄພຕໍ່ ລບຕ, 3) ສໍາຫຼວດທາງດ້ານວິຊາການ ແລະ ທໍາລາຍລະເບີດເຄື່ອນທີ່ ແລະ 4) ກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງ. ໃນພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມ ແລະ ມີຄຳເຫັນຕໍ່ພິທີ ໂດຍ ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີ, ຮອງປະທານ ຜູ້ປະຈຳການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ. ໂດຍຝ່າຍຜູ້ໃຫ້ທຶນ ແມ່ນ ທ່ານ ນາງ Joy M. Sakurai, ອັກຄະລັດຖະທູດ ສະຫະລັດອາເມລີິກາ ປະຈຳ ສປປ ລາວ, ມີ ທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູຄ່ ສປປ ລາວ, ທ່ານ ນາງ ຣີເບັກກາ ເລດວັນ, ຫົວໜ້າອົງການ ເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ, ທ່ານ ບຸນເຮືອງ ສຸລິໄຊ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຊຽງຂວາງ, ຮອງປະທານ ຜູ້ປະຈຳການຄະນະກຳມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຂັ້ນແຂວງ, ບັນດາທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ທ່ານ ຜູ້ຕາງໜ້າພະແນກການຕ່າງປະເທດ ແຂວງ ຊຽງຂວາງ ແລະ ຕະຫຼອດຮອດພະນັກງານ ຈາກ ຫ້ອງການ ກະຊວງຂະແໜງການ ແລະ ຈາກອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ເຂົ້າຮ່ວມ ປະມານ 30 ກວ່າທ່ານ. ນັບແຕ່ປີ 2018 ເປັນຕົ້ນມາ ລັດຖະບານ ສະຫະລັດອາເມລິກາ ແມ່ນໄດ້ໃຫ້ທຶນສະໜັບສະໜູນການຈັດຕັ້ງ ປະຕິບັດໂຄງການສຳຫຼວດລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ແຂວງ ຊຽງຂວາງ ມູນຄ່າ 14.7 ລ້ານ ໂດລາສະຫະລັດ ໂດຍມີໄລຍະຂອງການຈັດຕັ້ງປະຕິບັດ ແຕ່ປີ 2018 ຮອດ ເດືອນ ທັນວາປີ 2021, ແລະໄດ້ມີການດັດແກ້ເພີ່ມງົບປະມານ ແລະ ກິດຈະກຳເຂົ້າໃສ່ໂຄງການສຳຫຼວດ ເພີ່ມເຕີມອີກ ມູນຄ່າ 6.5 ລ້ານໂດລາສະຫະລັດ. ມາຮອດປະຈຸບັນເປັນໄລຍະທີ II ລວມມູນຄ່າທັງໝົດ ປະມານ 28.74 ລ້ານ ໂດລາສະຫະລັດ ຕາມການອະນຸມັດຕົວຈິງ ຂອງ ກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໃນການອະນຸມັດໂຄງການທີ່ໄດ້ຮັບການສະໜັບສະໜູນ ຜ່ານອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ, ເຊີ່ງເປັນໜຶ່ງໃນ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ເຮັດໜ້າເປັນອົງການປະຕິບັດງານດ້ານວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ.