ພິທີສະເຫຼີມສະຫຼອງ ວັນມີຜົນບັງຄັບໃຊ້ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ

Published on 26/07/2022

ວັນສະເຫຼີມສະຫຼອງ ວັນມີຜົນບັງຄັບໃຊ້ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ 12 ປີ (1 ສິງຫາ 2010 - 1 ສິງຫາ 2022) ຈັດຂື້ນໃນວັນທີ 21 ກໍລະກົດ 2022 ທີ່ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ທ່ານ ນາງ Ricarda Rieger ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ພ້ອມດ້ວຍບັນຫາຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານປະເດີມພອນ ສົນທະນີ ກ່າວວ່າ: ສປປ ລາວ ໃນຖານະເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຫຼາຍກວ່າປະເທດອື່ນໃນໂລກຖ້າທຽບໃສ່ຈໍານວນປະຊາກອນ, ໄດ້ສືບຕໍ່ສະແດງຄວາມຮັບຜິດຊອບຂອງຕົນ ດ້ວຍການລົງນາມໃນ ສົນທິສັນຍາ ສະບັບດັ່ງກ່າວ ໃນວັນທີ 18 ມີນາ 2009 ເຊີ່ງເປັນປະເທດທີ 2 ຖັດຈາກປະເທດ ນອກແວ ແລະ ກໍໄດ້ໃຫ້ສັດຕະຍາບັນ ໃນວັນທີ 16 ກຸມພາ 2010, ເຊີ່ງມີຜົນບັງຄັບໃຊ້ໃນ ວັນທີ 1 ສິງຫາ 2010, ສປປ ລາວ ໃນຖານະເປັນພາຄີ ຂອງວົງຄະນາຍາດສາກົນ ເວລາໃດລັດຖະບານ ກໍໄດ້ຍົກສູງຄວາມເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ເພື່ອປະຕິບັດຕາມພັນທະ ແລະ ຄໍາໝາຍໝັ້ນ ຕໍ່ກັບສົນທິສັນຍາ ສະບັບດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ໃນການໂຄສະນາ, ລະດົມ, ຂົນຂວາຍ ໃນການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ກັບບັນດາປະເທດໃນໂລກ. ຕະຫຼອດໄລຍະຫຼາຍປີຜ່ານມາ ວຽກງານແກ້ໄຂບັນຫາລະເບິດບໍ່ທັນແຕກທີ່ຕົກຄ້າງ ເຫັນໄດ້ມີຄວາມຄືບໜ້າຫຼາຍດ້ານ ເຊີ່ງສະແດງໃຫ້ເຫັນ: ໜື່ງ, ວຽກງານດ້ານການສ້າງນະໂຍບາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ເຊີ່ງໄລຍະຜ່ານມາ ໄດ້ສ້າງ ຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະ ເຊິ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດ ວ່າດ້ວຍ “ເສັ້ນທາງກ້າວສູ່ຄວາມປອດໄພ” ແລະ ມາຮອດປະຈຸບັນ ຍຸດທະສາດ ສະບັບທີ 3 ໄລຍະປີ 2021-2030 ແມ່ນໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຕາມດໍາລັດ ສະບັບເລກທີ 190/ນຍ, ລົງວັນທີ 28 ມິຖຸນາ 2022 ເຊີ່ງຍຸດທະສາດສະບັບດັ່ງກ່າວ ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021-2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງປີ 2030 ໂດຍສະເພາະແມ່ນເປົ້າໝາຍທີ 18 ເຊິ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າໝາຍ. ມາຮອດປະຈຸບັນ ລັດຖະບານໄດ້ຮັບຮອງດໍາລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເຊິ່ງເປັນເອກະສານພື້ນຖານໃນການຄຸ້ມຄອງການເຄື່ອນໄຫວຂອງອົງການປະຕິບັດງານແກ້ໄຂບັນລະເບີດບໍ່ທັນແຕກ, ການໂຄສະນາສຶກສາຄວາມສ່ຽງໄພ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການສໍາຫຼວດ, ກວດກູ້ ແລະ ທໍາລາຍ ລບຕ,ການປະສານງານຂັ້ນສູນ ແລະ ທ້ອງຖິ່ນ. ສອງ, ໃນໄລຍະ 6 ເດືອນ ຕົ້ນປີ 2022 ສາມາດໂຄສະນາສຶກສາຄວາມສ່ຽງໄພໄດ້ 471 ເທື່ອບ້ານ, ມີອຸປະຕິເຫດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 10 ຄັ້ງ ມີຜູ້ໄດ້ຮັບເຄາະຮ້າຍ 11 ຄົນ ໃນນີ້ ບາດເຈັບ 9 ຄົນ ແລະ ເສຍຊີວິດ 2 ຄົນ ເຊິ່ງສາມາດແມ່ນຍ້ອນການເຮັດກິດຈະກໍາທໍາການຜະລິດ ແລະ ການທໍາມາກິນ, ການສໍາຫູວດແບບບໍ່ແມ່ນວິຊາການເພື່ອຊອກຫາຈຸດຫຼັກຖານ ໄດ້ 85 ບ້ານ ແລະ ສໍາຫຼວດແບບວິຊາການເພື່ອກໍານົດພື້ນທີ່ຂອງລະເບີດບໍ່ທັນແຕກທີ່ຕົກຄ້າງໄດ້ 11.185 ເຮັກຕາ, ກວດກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ທໍາການຜະລິດ ແລະ ເຂດຈຸດສຸມພັດທະນາ ໄດ້ 2.502 ເຮັກຕາ ແລະ ພັດທະນາຊີວິດການເປັນຢູ່ຂອງຜູ້ທີ່ຖືກເຄາະຮ້າຍໄດ້ 24 ຄົນ. ໃນຕໍ່ໜ້າຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງສຸມໃສ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ແຜນຍຸດທະສາດແຫ່ງຊາດວ່າດວ້ຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຄ້າງ ເອີ້ນວ່າ ເສັ້ນທາງຄວາມປອດໄພ III (2021-2030) ແລະ ດໍາລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ, ພ້ອມທັງຈະປັບປຸງກົນໄກ ແລະ ຂອດປະສານງານ ໃຫ້ມີຄວາມເຂັ້ມແຂງ ໃນແຕ່ຂັ້ນ.