ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍ ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ.

Published on 03/08/2022

ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍ ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແມ່ນມີຄວາມສໍາຄັນເພື່ອເຮັດໃຫ້ພາກສ່ວນກ່ຽວຂ້ອງເຂົ້າໃຈ ແລະ ສາມາດຈັດຕັ້ງຜັນຂະຫຍາຍໄດ້ຢ່າງມີປະສິດທິຜົນ. ດໍາລັດນີ້ແມ່ນເປັນນິຕິກໍາທີ່ສໍາຄັນ ໜຶ່ງທີ່ໄດ້ດໍານົດຫຼັກການກ່ຽວກັບການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃຫ້ສອດຄ່ອງກັບແນວທາງ, ນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວານ. ນອກຈາກນັ້ນ, ຍັງໄດ້ກໍານົດກ່ຽວກັບການຈັດຕັ້ງປະຕິບັດມາດຕະຖານແຫ່ງຊາດກ່ຽວກັບການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ຮັບປະກັນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ການເຊື່ອມສານວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກເຂົ້າໃນຂະແໜງການກ່ຽວຂ້ອງ. ກອງປະຊຸມເຜີຍແຜ່ດໍາລັດດັ່ງກ່າວຈັດຂື້ນຢູ່ທີ່ແຂວງ ບໍລິຄໍາໄຊ ໃນວັນທີ 28 ກໍລະກົດ 2022 ແລະ ໄດ້ຮັບກຽດກ່າວເປີດ ໂດຍ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ມີຜູ້ເຂົ້າຮ່ວມຈາກະຊວງກ່ຽວຂ້ອງ ແລະ ມີຕາງໜ້າຈາກພະແນກການກ່ຽວຂ້ອງຂອງບັນດາແຂວງ ແລະ ເມືອງ ເຂົ້າຮ່ວມ. ໃນບົດຄວາມເຫັນກ່າວເປີດຂອງທ່ານ ປະເດີມພອນ ສົນທະນີ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການສ້າງດໍາລັດ, ການຮັບປະກັນການໂຄສະນາສຶກສາຄວາມສ່ຽງໄພໃຫ້ທົ່ວເຖິງ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ການກວດກາຄຸນນະພາບ ແລະ ການຄຸ້ມຄອງການເຄື່ອນໄຫວຂອງອົງການປະຕິບັດແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ. ພາຍຫຼັງພິທີເປີດ, ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ນໍາພາກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ, ແລກປ່ຽນຄວາມຄິດຄວາມເຫັນ ແລະ ປຶກສາຫາລືບາງບັນຫາທີ່ກ່ຽວຂ້ອງ. ດໍາເລັດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ສະບັບເລກທີ 210/ລບ, ລົງວັນທີ 29 ກໍລະກົດ 2022 ປະກອບດ້ວຍ 12 ພາກ, 6 ໝວດ, ມີ 86 ມາດຕາ ເຊິ່ງໄດ້ກໍານົດກ່ຽວກັບຈຸດປະສົງ, ຫຼັກການ, ການໂຄສະນາສຶກສາຄວາມສ່ຽງໄພ, ການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການຄຸ້ມຄອງຄຸນນະພາບ, ອົງການປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ທຸລະກິດ ກ່ຽວກັບການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ການນໍາໃຊ້ທຶນໃນການເຄື່ອນໄຫວວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ຂໍ້ຫ້າມທົ່ວໄປ, ຂໍ້ຫ້າມສໍາລັບເຈົ້າໜ້າທີ່ ແລະ ພະນັກງານລັດຖະກອນ, ຂໍ້ຫ້າມສໍາລັບອົງການ, ການຄຸ້ມຄອງ ແລະ ການກວດກາ, ນະໂຍບາຍຕໍ່ຜຸ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີີດ ແລະ ບົດບັນຢັດສຸດທ້າຍ. ກອງປະຊຸມໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງກົງໄປ-ກົງມາ ແລະ ສ້າງສັນ ໂດຍສະເພາະແມ່ນການສືບຕໍ່ເຜີຍແຜ່ເນື່້ອໃນຂອງດໍາລັດໃຫ້ກວ້າງຂວາງ ແລະ ເລິກເຊິ່ງ, ການຫັນເປັນອັນລະອຽດເພື່ອເຮັດໃຫ້ການຈັດຕັັ້ງປະຕິບັດດໍາລັດໃຫ້ມີປະສິດທິຜົນ, ການປັບປຸງ ແລະ ສ້າງຄະນະກໍາມະການແຕ່ລະຂັ້ນ ນັບແຕ່ຂັ້ນສູນກາງຮອດຂັ້ນບ້ານ ແລະ ການເຊື່ອມສານເຂົ້າສູ່ວຽກງານຂອງຂະແໜງການທີ່ກ່ຽວຂ້ອງ.