ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ແຂວງ ຊຽງຂວາງ

Published on 05/08/2022

ໃນໂອກາດທີ່ໄດ້ຮ່ວມຕິດຕາມ ທ່ານ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄປເຮັດວຽກຢູ່ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຊຽງຂວາງ ໃນວັນທີ 4/8/2022, ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ມີຄວາມເຫັນໃສ່ການລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກຂອງແຂວງ ຊຽງຂວາງ ສໍາລັບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2022. ທ່ານ ໂຈມແຍງ ແພງທອງສະຫວັດ ໄດ້ປະກອບວ່າ ວຽກງານແກ້ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ແຂວງ ຊຽງຂວາງ ເປັນວຽກງານສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເປັນແຂວງ ທີ່ໄດ້ມີອົງການປະຕິບັດແກ້ໄຂບັນຫາລະເບີດບໍ່ທັນແຕກ ຫຼາຍອົງການປະຕິບັດງານເຮັດໜ້າທີ່ໃນການໂຄສະນາສຶກສາຄວາມສ່ຽງໄພ, ການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ. ນອກຈາກນັ້ນ, ຍັງໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບພະນັກງານຂອງຫ້ອງການປະສານງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຊຽງຂວາງ ໂດຍສະເພາະການກໍານົດພື້້ນທີ່ບູລິມະສິດ, ການຄຸ້ມຄອງບໍລິຫານທີ່ທີມສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ການຄຸ້ມຄອງພະນັກງານ ແລະ ການຈັດຕັ້ງປະຕິບັດມາດຕະຖານແຫ່ງຊາດ.