ການລົງຕິດຕາມວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ແຂວງ ຄໍາມ່ວນ

Published on 05/08/2022

ການລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ແຂວງ ຄໍາມ່ວນ ໄດ້ຈັດຕັ້ງຂື້ນໃນວັນທີ 30 ກໍລະກົດ 2022 ທີ່ຜ່ານມາ ຢູ່ ທີ່ຫ້ອງປະຊຸມຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ. ການຕິດຕາມຊຸກຍູ້ຄັ້ງນີ້ນໍາໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ມີ ທ່ານ ຄໍາຜິ້ນ ພິລາກອນ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ພ້ອມດ້ວຍພະນັກງານກ່ຽວຂ້ອງຈາກສູນກາງ ແລະ ພະແນການກ່ຽວຂ້ອງຂອງແຂວງ ຄໍາມ່ວນ. ເນື່ອງໃນໂອກາດລົງຕິດຕາມຊຸກຍູ້ວຽການຈັດຕັ້ງປະຕິບັດແຜນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ແຂວງ ຄໍາມ່ວນໃນຄັ້ງນີ້, ທ່ານ ແສງເພັດ ຄໍາສຸກຖາວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງການແກ້ໄຂບັນຫາລະເບີດບໍ່ທັນແຕກຂອງແຂວງ ຄໍາມ່ວນໄດ້ລາຍງານຜົນສໍາເລັດ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2022 ກ່ຽວກັບການໂຄສະນາສຶກສາຄວາມສ່ຽງໄພ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ການປະສານງານ, ການຄົ້ນຄ້ວາບົດບັນທຶກຄວາມເຂົ້າໃຈ ແລະ ການໍານົດບູລີມະສິດຂອງແຂວງ. ຜ່ານການຮັບຟັງການລາຍງານເຫັນວ່າ ແຂວງຄໍາມ່ວນໄດ້ມີຜົນສໍາເລັດຢ່າງຕັ້ງໜ້າຂອງການແກ້ໄຂບັນຫາລະເບີດບໍ່ທັນແຕກ, ໄດ້ມີການເຄື່ອນໄຫວຂອງຄະນະກໍາມະການຂັ້ນແຂວງ ຢ່າງເປັນປົກກະຕິ, ໄດ້ເອົາໃຈໃສ່ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງອົງການປະຕິບັດງານແກ້ໄຂບັຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ແຂວງ ຄໍາມ່ວນ. ຄຽງຄູ່ກັບຜົນສໍາເລັດຕົ້ນຕໍ ຍັງໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍຈໍານວນໜຶ່ງ ໂດຍສະເພາະແມ່ນກ່ຽວກັບການລາຍງານຈັດຕັ້ງປະຕິບັດກິດຈະກໍາ ແລະ ງົບປະມານຂອງອົງການປະບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມການຕິດຕາມຊຸກຍູ້ໃນຄັ້ງນີ້ ຍັງໄດ້ປະກອບຄວາມຄິດເຫັນເປັນຢ່າງກົງໄປກົງມາເພື່ອເປັນທິດທາງໃນການແກ້ໄຂສິ່ງທ້າທາຍ ແລະ ວິທີການຈັດຕັ້ງປະຕິບັດແຜນການ 6 ເດືອນ ທ້າຍປີ ໃຫ້ມີປະສິດທິຜົນ.