ໜ່ວຍງານສໍາຫຼວດ-ກວດກູ້ ໄດ້ຈັດຝຶກອົບຮົມ ຂະບວນການສ້າງແຜນສໍາຫຼວດ - ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ແຂວງ ຄໍາມ່ວນ

Published on 10/08/2022

ເພື່ອເປັນການຝຶກອົບຮົມໃຫ້ອົງການປົກຄອງທ້ອງຖິ່ນ ມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການຫັນເອົາວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ສ້າງຄວາມເຂັ້ມແຂງ ໃຫ້ອົງການປົກຄອງທ້ອງຖິ່ນກ່ຽວກັບສ້າງແຜນການເກັບກູ້ລະເບີດບໍ່ທັນແຕກ ຂອງແຂວງ ເພື່ອຮັບປະກັນທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ມີສ່ວນຮ່ວມໃນການສ້າງແຜນການ ເກັບກູ້ລະເບີດບໍ່ທັນແຕກ, ຮອງຮັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນຂອງທ້ອງຖິ່ນເພື່ອຮັບປະກັນໃຫ້ແຜນການເກັບກູ້ລະເບີດບໍ່ທັນຖຶກຈັດຕາມເງື່ອນໄຂບຸລິມະສິດເຂົ້າໃນແຜນການນຳໃຊ້ເນື້ອທີ່ດິນກະສິກຳ ແລະ ພັດທະນາ ຮັບປະກັນການນໍາໃຊ້ທຶນຊ່ວຍເຫຼືອໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງ. ການຝຶກອົບຮົມໃນຄັ້ງນີ້, ໄດ້ຈັດຂື້ນໃນວັນທີ 02 ຫາ 04 ສິງຫາ 2022 ຢູ່ເມືອງທ່າແຂກ, ແຂວງຄໍາມ່ວນ ໃຫ້ກຽດເປັນປະທານໂດຍ ທ່ານບຸນເພັງ ສີສະຫວັດ ຮອງຫົວໜ້າ ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດຍບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ມີຜູ້ເຂົ້າຮ່ວມຈາກ ສູນຝຶກລະເບີດບໍ່ທັນແຕກແຫ່ງຊາດ, ບັນດາພະແນກການຂອງແຂວງ, ບັນດາເມືອງ, ຈຸດສຸມ ແລະ ອົງການປະຕິບັດງານ. ນອກຈາກນັ້ນ, ຍັງໄດ້ລາຍງານຜົນສຳເລັດການຈັດຕັ້ງປະຕິບັດສຳຫຼວດ-ເກັບກູ້ ລບຕ ໄຕມາດ 1-3 ແລະ ແຜນໄຕມາດ 4 ປີ 2022, ພ້ອມທັງໄດ້ເຜີຍແຜ່ ຍຸດທະສາດ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ລບຕ "ເສັ້ນທາງກ້າວສູ່ຄວາມປອດໄພ 3" 2021-2030, SDG 18, ແຜນພັດທະນາເສດຖະກິດແຫ່ງຊາດ 5 ປີຄັ້ງທີ IX (2021-2025), ສະເພາະຫົວຂໍ້ຕິດພັນກັບວຽກງານສຳຫຼວດ-ເກັບກູ້ ລະເບີດບໍ່ທັນແຕກ ນຳສະເໜີຕົວເລກຄາດໝາຍ ເກັບກູ້ ລບຕ 10.000 ຮຕ ທີ່ໄດ້ແບ່ງປັນໃຫ້ແຂວງ. ສັງລວມແຜນຂອງອົງການປະຕິບັດງານປະຈຳປີ 2022 ແລະ 2023 ທີ່ມີງົບປະມານ ແລະ ແຜນຄວາມຕ້ອງການເກັບກູ້ ລບຕ ຂອງພະແນກການສຳລັບປີ 2023. ຍັງໄດ້ແລກປ່ຽນຂໍ້ມູນບັນຫາຕ່າງໆ ຜົນກະທົບ ສຳຫຼວດ-ເກັບກູ້, ທຳລາຍ ແລະ ການເກີດອຸປະຕິເຫດຂອງແຂວງ ອົງການປະຕິບັດງານ ໄດ້ແລກປ່ຽນບົດຮຽນນໍາສະເໜີວິທີການສ້າງແຜນບຸລິມະສິດ ເກັບກູ້ລະເບີດບໍ່ທັນ ເພື່ອເປັນຂະບວນການຄັດເລືອກບຸລິມະສິດສຳລັບການສ້າງແຜນການເກັບກູ້ ລບຕ ການລົງຄັດເລືອກບຸລິມະສິດການສ້າງແຜນຕົວຈິງຢູ່ສະໜາມ ແລະ ສັງລວມແຜນການສຳລັບປີ 2023.