ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ໄດ້ປະກອບເປັນຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມລາຍງານຜົນຂອງການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ

Published on 31/08/2022

ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ໄດ້ປະກອບເປັນຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມລາຍງານຜົນຂອງການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ ເນື່ອງຈາກປະຊາຊົນລາວບັນດາເຜົ່າໄດ້ເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ ອິນໂດຈີນ ໃນລະຫວ່າງປີ 1964-1973 ໃນເວລາເຮັດກິດຈະກໍາທໍາມາຫາກິນ, ດັງໄຟແຕ່ງກິນ, ເຮັດຮົ້ວເຮັດສວນ ແລະ ອື່ນໆ. ຮອດປະຈຸບັນໄດ້ມີຜູ້ໄດ້ຮັບຜົນກະທົບຈາກການເກີດອຸປະຕິເຫດຈາກລະເບີດບໍ່ທັນທີ່ຕົກຄ້າງມີທັງໝົດ 673 ເທື່ອ ມີຜູ້ເຄາະຮ້າຍທັງໝົດ 1.091 ຄົນ, ບາດເຈັບ 808 ຄົນ ແລະ ເສຍຊີວິດ 283 ຄົນ. ເພື່ອບັນລຸໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດວ້ຍສິດທິຂອງຄົນພິການ ແລະ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໂດຍສະເພາະມາດຕາ 5 ຂອງສົນທິສັນຍາດັ່ງກ່າວ ກ່ຽວກັບການຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍ, ກອງເລຂາຄະນະກໍາມະການແຫ່ງຊາດວ່າດ້ວຍຄົນພິການ ແລະ ອາຍຸສູງ ແລະ ສູນຟືນຟູໜ້າທີ່ການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນການຊ່ວຍເຫຼືອຄົນພິການຈາກການເກີດອຸປະຕິເຫດລະເບີດບໍ່ທັນແຕກທີ່ຕົກຄ້າງ ດ້ວຍການສະໜອງເງິນອຸດໜູນຜູ້ເສຍຊີວິດ, ການສະໜອງການປິ່ນປົວທາງດ້ານການແພດ, ການພື້ນຟູສຸຂະພາບຈິດ ແລະ ຮ່າງກາຍ ລວມທັງການປັບປຸງຊີວິດການເປັນຢູ່ຂອງຄົນພິການ ແລະ ຄອບຄົວ. ການຝຶກອົບຮົມວິຊາຊີບ, ການສົ່ງເສີມວຽກເຮັດງານທໍາ, ການປະກອບອາຊີວິດອິດສະຫຼະ ແລະ ສ້າງກິດຈະກໍາທີ່ເປັນການສ້າງລາຍໄດ້ໃຫ້ແກ່ຜູ້ພິການ ແລະ ຄອບຄົວ. ໃນປະຈຸບັນ ໄດ້ມີການປັບປຸງຖານຂໍ້ມູນກ່ຽວກັບຜູ້ເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ, ກໍານົດນະໂຍບາຍ ແລະ ວິທີການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ. ຄຽງຄູ່ກັນນັ້ນ, ຍັງໄດ້ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຢູ່ ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ດ້ວຍການສະໜອງການຝຶກອົບຮົມວິຊາຊີບ ເຊັ່ນ: ການແປງລົດຈັກ, ປູກເຫັດ, ຕັດຫຍິບ, ຕໍາຫູກ, ລ້ຽງປາ ແລະ ລ້ຽງກົບ ໃຫ້ໄດ້ຈໍານວນ 400 ຄົນ, ການຊອກຫາວຽກເຮັດງານທໍາ ແລະ ປະກອບອາຊີບອິດສະຫຼະລວມທັງສະໜອງທຶນໃຫ້ໄດ້ຈໍານວນ 400 ຄົນ. ທ່ານ ໂຈມແຍງ ແພງທອງສະຫວັດ ໄດ້ຕາງໜ້າໃຫ້ແກ່ ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ປະກອບເປັນຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມລາຍງານການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດຂອງຄົນພິການ. ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ນໍາໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ປະກອບດ້ວຍ ບັນດາຄະນະກໍາມະການແຫ່ງຊາດເພື່ອຄົນພິການ, ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ.