ກອງປະຊຸມທາງໄກຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ

Published on 16/11/2021

ຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຫຄຊກລ) ໂດຍສົມທົບກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມທາງໄກຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຂື້ນໃນຕອນບ່າຍ ວັນທີ 11 ພະຈິກ 2021 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ, ທ່ານນາງ ລີຄາດາ ຣິກເຈີ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ແລະ ທ່ານ ດຣ. ປີເຕີ້ ເຮມ້ອນ ເອກອັກຄະລັດຖະທູດ ສ. ອາເມລິກາ ປະຈໍາ ສປປ ລາວ ເຊີ່ງມີບັນດາທ່ານ ໃນຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ, ທູຕານຸທູດ, ຕາງໜ້າບັນດາກະຊວງ, ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ, ແຂວງ ແລະ ອົງການປະຕິບັດງານ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ເນັ້ນໃສ່ການລາຍງານ ແລະ ປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ໃນໄລຍະ ປີ 2021 ພາຍໃຕ້ສະພາບການແຜ່ລະບາດພະຍາດໂຄວິດ-19 ແລະ ວຽກຈຸດສຸມ ສໍາລັບປີ 2022. ພ້ອມກັນນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າກ່ຽວກັບການ ສ້າງ(ຮ່າງ) ດໍາລັດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ໄລຍະປີ 2021-2030.