ຄວາມຄືບໜ້າການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ ປີ 2021

Published on 31/08/2022

ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ປະກອບຄວາມເຫັນໃນກອງປະຊຸມລັດພາຄີ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃນຕອນເຊົ້າຂອງວັນທີ 31 ສິງຫາ 2022 ຢູ່ ນະຄອນເຈນີວາ, ປະເທດ ສະວິດເຊີແລນ ໃນຫົວຂໍ້ການເກັບກູ້ລະເບີດ ແລະ ການໂຄສະນາສຶກສາຄວາມສ່ຽງໄພ. ໃນໂອກາດດັ່ງກ່າວ, ໄດ້ລາຍງານໃຫ້ແກ່ກອງປະຊຸມຊາບກ່ຽວກັບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໃນການ ສ້າງຄວາມເຂັ້ມແຂງ ການວາງແຜນການບູລີມະສິດໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ການຄຸ້ມຄອງຂໍ້ມູນ, ການສໍາຫຼວດ ແລະ ກວດກູ້ ລບຕ ແຕ່ປີ 2021 ຫາ ເດືອນ ມິຖຸນາ 2022. ການຈັດຕັ້ງປະຕິບັດວິທີການສໍາຫຼວດແບບໃໝ່, ການກຳນົດພື້ນທີ່ເປັນອັນຕະລາຍຈາກລະເບີດລູກຫວ່ານ ແລະ ພື້ນທີ່ຂອງການກວດກູ້ ລບຕ. ສາມາດຈັດຕັ້ງປະຕິບັດການສໍາຫຼວດບໍ່ແມ່ນແບບວິຊາການໄດ້ 396 ເທື່ອບ້ານ, ການສໍາຫຼວດແບບວິຊາການໄດ້ 554 ເທື່ອບ້ານ, ສາມາດກໍານົດພື້້້ນທີ່ເປັນອັນຕະລາຍໄດ້ 32,493 ເຮັກຕາ ແລະ ເກັບກູ້ລະເບີດອອກພື້ນທີ່ດິນໄດ້ 7.500 ເຮັກຕາ ໃນນັ້ນມີ ພື້ນທີ່ພັດທະນາ 407ເຮັກຕາ ແລະ ພື້ນທີ່ກະສິກໍາ 7.097 ເຮັກຕາ. ການໂຄສະນາສຶກສາຄວາມສ່ຽງໄພ ແມ່ນວຽກໜຶ່ງທີ່ສໍາຄັນເພື່ອເຮັດໃຫ້ສາມາດຫຼີກລ່ຽງການເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ເຊິ່ງສາມາດ ຈັດຕັ້ງປະຕິບັດການໂຄສະນາສຶກສາຄວາມສ່ຽງໄພໄດ້ 1,065 ເທື່ອບ້ານ ມີຜູ້ເຂົ້າຮ່ວມ 198,449 ຄົນ ໃນນັ້ນ ເດັກນ້ອຍ 67,402 ຄົນ. ຄຽງຄູ່ກັນນັ້ນ, ຍັງໄດ້ແຈ້ງວ່າໃນປີ 2021 ໄດ້ເກີດອຸປະຕິເຫດຫຼາຍ ຖ້າທຽບໃສ່ໃນຊຸມປີຜ່ານມາ ເຊິ່ງເກີດອຸປະຕິເຫດເຮັດໃຫ້ມີຜູ້ເຄາະຮ້າຍ 63 ຄົນ. ນອກຈາກນັ້ນ, ຍັງໄດ້ແຈ້ງວ່າ ຈະສືບຕໍ່ໃນການໂຄສະນາສຶກສາຄວາມສ່ຽງໄພ, ການສໍາຫຼວດແບບບໍ່ແມ່ນວິຊາການ, ການສໍາຫຼວດແບບວິຊາການ ແລະ ກວດກູ້ ລບຕ. ພ້ອມນີ້, ຍັງຈະສືບຕໍ່ປັບປຸງມາດຕະຖານແຫ່ງຊາດ ໃຫ້ສໍາເລັດພາຍໃນທ້າຍປີ 2022 ແລະ ສ້າງແຜນການບູລິມະສິດແຫ່ງຊາດໃຫ້ສໍາເລັດ 2023 ແລະ ຈະດໍາເນີນການສໍາຫຼວດການປ່ຽນແປງພືດຕິກໍາ ພາຍຫຼັງໄດ້ເຂົ້າຮ່ວມການໂຄສະນາສຶກສາຄວາມສ່ຽງໄພ.