ບັນດາປະເທດຜູ້ໃຫ້ທຶນຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ໄດ້ລົງຢ້ຽມຢາມຢູ່ແຂວງສາລະວັນ.

Published on 23/09/2022

ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ໂດຍການສະໜັບສະໜູນຈາກ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ໄດ້ນຳພາ ບັນດາປະເທດຜູ້ໃຫ້ທຶນ ແລະ ສື່ມວນຊົນ ໄດ້ລົງຢ້ຽມຢາມ ຂະແໜງການປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ແຂວງ ສາລະວັນ. ແຂວງສາລະວັນ ເປັນແຂວງທີ່ມີລະເບີດບໍ່ທັນແຕກຕົກຄ້າງ ເກືອບ 20 ລ້ານໜ່ວຍ (ລະເບີດລູກຫວ່ານ). ການຢ້ຽມຢາມລະຫວ່າງ ວັນທີ 19 ຫາ 20 ກັນຍາ 2022. ການຢ້ຽມຢາມດັ່ງກ່າວ ຈັດຂຶ້ນເພື່ອສົ່ງເສີມການສະໜັບສະໜູນຂອງ ບັນດາປະເທດຜູ້ໃຫ້ທຶນ ຕໍ່ກັບຂະແໜງລະເບີດບໍ່ທັນແຕກ (ລບຕ) ໂດຍໃຫ້ບັນດາປະເທດຜູ້ໃຫ້ທຶນສັງເກດການດຳເນີນງານ ແລະ ຜົນກະທົບຂອງລະເບີດບໍ່ທັນແຕກ ຢູ່ແຂວງສາລະວັນ. ວັນທີ 19 ກັນຍາ, ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຜູ້ຕາງໜ້າຈາກລັດຖະບານ ການາດາ, ອຽກລັງ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອະເມລີກາ ແລະ ສື່ມວນຊົນ ຢ້ຽມຢາມຫ້ອງວ່າການແຂວງສາລະວັນ. ໃນການຢ້ຽມຢາມ, ທ່ານ ສົມໃຈ ອຸ່ນຈິດ, ຮອງເຈົ້າແຂວງ ແຂວງສາລະວັນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານແກ້ໄຂບັນລະເບີດບໍ່ທັນແຕກ ເຂົ້າໃນການພັດທະນາຂອງແຂວງ. ທ່ານນາງ Catherine Phuong, ຮອງຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ໃຫ້ຂໍ້ສັງເກດວ່າ ໃນໄລຍະ 25 ປີຜ່ານມາ ໃນການເກັບກູ້ທີ່ດິນ ຢູ່ແຂວງສາລະວັນ ແລະ ແຈ້ງໃຫ້ປະຊາຊົນທ້ອງຖິ່ນຮັບຮູ້ເຖິງຄວາມສ່ຽງ ຈາກລະເບີດບໍ່ທັນແຕກ. ທ່ານກ່າວວ່າ “ຄວາມພະຍາຍາມດັ່ງກ່າວຕ້ອງສືບຕໍ່ ແລະ ຄວນສຸມໃສ່ ການສຳຫຼວດ ແລະ ເກັບກູ້ ບ່ອນເຊິ່ງຈະມີຜົນກະທົບຫຼາຍທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ.” ໃນກອງປະຊຸມສະເໜີຈຸດປະສົງ, ຄວາມເປັນມາ ແລະ ເປົ້າໝາຍການຢ້ຽມຢາມ ກັບບັນດາບັນດາປະເທດຜູ້ໃຫ້ທຶນ, ອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ກະຊວງທີ່ກ່ຽວຂ້ອງ ກ່ຽວກັບບັນຫາຜົນກະທົບ ລບຕ ຢູ່ ສປປ ລາວ ແລະ ການເຄື່ອນໄຫວວຽກງານແກ້ໄຂບັນຫາລະເບີດບໍ່ທັນ ຢູ່ແຂວງສາລະວັນ. ອີງຕາມຖານຂໍ້ມູນແຫ່ງຊາດ (IMSMA) ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າ ຫ້ອງການ ຄຊກລ ໃຫ້ຮູ້ວ່າ “ນັບແຕ່ ປີ 2008 ຫາ ສິງຫາ 2022, ຢູ່ແຂວງສາລະວັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 55 ຄັ້ງ, ເຮັດໃຫ້ມີຜູ້ເສຍຊີວິດ ຫຼື ບາດເຈັບ 93 ຄົນ, ໃນນັ້ນ ເສຍຊີວິດ 28 ຄົນ. ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ສປປ ລາວ ແລະ ປະເທດຜູ້ໃຫ້ທຶນ ເກັບກູ້ເນື້ອທີ່ໄດ້ 7.172 ເຮັກຕາ, ໃນນັ້ນແມ່ນດິນກະສິກຳ 86% ຢູ່ແຂວງສາລະວັນ”. ໃນວັນທີ 20 ກັນຍານີ້, ຄະນະຜູ້ແທນໄປຢ້ຽມຢາມສະໜາມການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ, ວຽກງານໂຄສະນາສຶກສາຄວາມສ່ຽງໄພ ແລະ ພົບປະຜູ້ຖືືກເຄາະຮ້າຍຈາກ ລບຕ ຢູ່ບ້ານເຕົາປູນ, ເມືອງສາລະວັນ. ການລົງຢ້ຽມຢາມຄັ້ງນີ້ແມ່ນເປັນສ່ວນຂອງແຜນ 5 ປີ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ “ ການສະໜັບສະໜູນດ້ານປະສິດທິຜົນ ແລະ ປະສິດທິພາບ ຂອງຂະແໜງແກ້ໄຂບັນຫາ ລບຕ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຢືນຢົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III” ທີ່ໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານເກົາຫຼີ, ນູແວນເຊລັງ, ອຽກລັງ, ແລະ ລຸກຊຳບວກ ແຕ່ປີ 2022 ຫາ 2026.