Published on 23/09/2022

ວັນທີ 20 ກັນຍາ 2022 ບັນດາຄູ່ຮ່ວມພັດທະນາຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ລົງຢ້ຽມຢາມໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ບ້ານເຕົາປູນ ເມືອງສາລະວັນ ແຂວງສາລະວັນ. ນຳພາຄະນະໂດຍ ທ່ານ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ປະເດີມພອນ ສົນທະນີ ແລະ ຮອງເຈົ້າແຂວງໆ ສາລະວັນ ທ່ານ ສົມໃຈ ອຸ່ນຈິດ ແລະ ຈັດການຢ້ຽມຢາມຄັ້ງນີ້ ໂດຍ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ບັນຫາລະເບີດບໍ່ທັັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ເພື່ອສົ່ງເສີມການຊ່ວຍເຫຼືອ ແລະ ການຮ່ວມມືລະຫວ່າງປະເທດ ສຳລັບວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ. ຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງຈາກສູນກາງ, ທ້ອງຖິ່ນ ແລະ ຈາກບັນດາປະເທດຜູ້ໃຫ້ທຶນ ການາດາ, ອຽກລັງ, ຍີ່ປຸ່ນ, ສ.ເກົາຫຼີ, ສະຫະລັດອາເມລີກາ ແລະ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມສະໜາມວຽກງານ ການສະຫຼວດ-ເກັບກູ້. ທ່ານ ເສົາມະນີ ມະນີວົງ ຮັກສາການຜູ້ອໍານວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ກໍຂຶ້ນນໍາສະເໜີສະພາບລວມຂອງການຈັດຕັ້ງປະຕິບັດວຽກງານ ນັບແຕ່ປີ 1996 ເປັນຕົ້ນມາ ຈົນເຖິງປີ 2021 ຂອງໂຄງການເກັບກູ້ລະເບີດແຫ່ງຊາດ. ພາຍຫຼັງການນຳສະເໜີດັ່ງກ່າວ, ບັນດາຜູ້ແທນໄດ້ລົງເຄື່ອນໄຫວກວດກາຕິດຕາມການຈັດຕັ້ງປະຕິບັດວຽກງານການສຳຫຼວດ-ເກັບກູ້ ແລະ ໄດ້ການທຳລາຍລະເບີດບົມບີ 5 ໜ່ວຍ ທີ່ພົບເຫັນຢູ່ສະຖານທີ່ດັ່ງກ່າວ. ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ເຂົ້າຮ່ວມກິດຈະກຳການໂຄສະນາສຶກສາຄວາມສ່ຽງຈາກ ລບຕ ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ໂຮງຮຽນປະຖົມບ້ານເຕົາປູນ. ກິດຈະກໍາໂຄສະນາສຶກສາຄວາມສ່ຽງໄພ ແມ່ນແນໃສ່ປູກຈິດສໍານຶກ ພາຍໃນຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ກ່ຽວກັບຄວາມສ່ຽງຂອງ ລບຕ ແລະ ແນະນຳວິທີການຫຼີກລ້ຽງໄພອັນຕະລາຍຈາກ ລບຕ ໃນຊີວິດປະຈຳວັນ. ຕອນທ້າຍ, ທ່ານນາງ Catherine Phuong, ຮອງຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ກ່າວວ່າ "ບໍ່ວ່າທ່ານຈະເຮັດວຽກກ່ຽວກັບການສໍາຫຼວດ ແລະ ການເກັບກູ້, ວຽກງານໂຄສະນາສຶກສາຄວາມສ່ຽງໄພ ຫຼື ວຽກງານຊ່ວຍເຫຼືອຜູ້ເຄາະຮ້າຍ, ຢ່າລືມວ່າວຽກງານຂອງທ່ານປະກອບສ່ວນເຂົ້າໃນການປົກປ້ອງຊີວິດຂອງປະຊາຊົນໃນແຂວງແນວໃດ. ພວກເຮົາພູມໃຈເປັນຢ່າງຍິ່ງທີ່ໄດ້ ສະໜັບສະໜູນວຽກງານສຳຄັນຂອງທ່ານຢູ່ແຂວງສາລະວັນ ແລະ ຂອບໃຈສຳລັບຄວາມພະຍາຍາມຂອງທ່ານ." ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ “ຍັງຢູ່ໃນຫຼາຍພື້ນທີ່ຂອງປະເທດ ປະຊາຊົນຕ້ອງຍ່າງຢ່າງລະມັດລະວັງ ດ້ວຍຄວາມຢ້ານ ລະເບີດບໍ່ທັນແຕກ”. ທ່ານໄດ້ຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາ ແລະ ຜູ້ປະຕິບັດການເກັບກູ້ ລະເບີດບໍ່ທັນແຕກ ຕ້ອງແກ້ໄຂຄວາມຕ້ອງການອັນຮີບດ່ວນຂອງຊຸມຊົນ. ການຢ້ຽມຢາມພາກສະໜາມຄັ້ງນີ້ ຈັດຂື້ນເປັນສ່ວນໜຶ່ງຂອງໂຄງການຮ່ວມ 5 ປີ ດ້ວຍຫົວຂໍ້ “ການສະໜັບສະໜູນປະສິດທິພາບ ແລະ ປະສິດທິຜົນຂອງຂະແໜງການແກ້ໄຂບັນຫາ ລບຕ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III” ທີ່ໄດ້ຮັບທຶນຈາກລັດຖະບານ ສ.ເກົາຫຼີ, ນູແວນເຊລັງ, ອຽກລັງ, ແລະ ລຸກຊຳບວກ ໂດຍການສະໜັບສະໜູນຂອງ ອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ຄູ່ຮ່ວມພັດທະນາ. ລັດຖະບານ ແຫ່ງ ສປປ ລາວ ມີຄວາມມຸ່ງໝັ້ນທີ່ຈະບັນລຸເປົ້າໝາຍພັດທະນາແບບຍືນຍົງທີ 18 ດ້ວຍການຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດ 10 ປີ ສຳລັບຂະແໜງແກ້ໄຂບັນຫາ ລບຕ ທີ່ມີຊື່ວ່າ “ເສັ້ນທາງກ້າວສູ່ຄວາມປອດໄພ III”.