ກອງປະຊຸມຄະນະຊີ້ນຳໂຄງການຄັ້ງທີ 2 ພາຍໃຕ້ຫົວຂໍ້ “ການສະໜັບສະໜູນປະສິດທິຜົນ ແລະ ປະສິດທິຜົນຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍ SDG 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III (SPF III)”. ໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.

Published on 23/12/2022

ກອງປະຊຸມຄະນະຊີ້ນໍາໂຄງການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອກ້າວສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ຄັ້ງທີ 2 ປີ 2022 ຈັດຂຶ້ນວັນທີ 21 ທັນວາ 2022 ແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ ໃຫ້ກຽດເປັນປະທານໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ປະທ່ານຮ່ວມ ທ່ານນາງ Catherine Phuong, ຮອງຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້, ມີບັນດາຄະນະຊີ້ນໍາໂຄງການ, ຜູ້ຕາງໜ້າບັນດາປະເທດຜູ້ໃຫ້ທຶນ ແລະ ຜູ້ຕາງໜ້າບັນດາກະຊວງທີ່ກ່ຽວຂ້ອງ, ຂະແໜງການກ່ຽວຂ້ອງແຂວງຊຽງຂວາງ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງວຽງຈັນ ແລະ ຄູ່ຮ່ວມພັດທະນາ, ພະແນກການທີ່ກ່ຽວຂ້ອງຈາກກະຊວງ. ໃນກອງປະຊຸມ, ທ່ານ ປະເດີມພອນ ສົນທະນີ ກ່າວວ່າ: “ລັດຖະບານ ກຳລັງສຸມໃສ່ການຈັດຕັ້ງປະຕິບັດ ແລະ ປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມ ສະບັບທີ 9 ເຊິ່ງໃນນັ້ນ ລວມມີຄາດໝາຍສູ້ຊົນຂອງວຽກງານແກ້ໄຂບັນຫາ ລບຕ. ເພື່ອຮັບປະກັນການຈັດຕັ້ງປະຕິບັດກິດຈະກໍາ, ຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນການປະຈໍາປີໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນ. ໃນປີ 2022 ຫ້ອງການ ຄຊກລ ແລະ ຄກລ ສາມາດບັນລຸຫລາຍດ້ານເຊັ່ນ: ໄດ້ສຳເລັດການສ້າງແຜນຍຸດທະສາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ “ເສັ້ນທາງສູ່ຄວາມປອດໄພ III” ໄລຍະ 2021-2030; ໄດ້ສໍາເລັດການສ້າງດໍາລັດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ; ວຽກງານແກ້ໄຂບັນຫາ ລບຕ ໄດ້ປະກອບສ່ວນເຂົ້າໃນການປະຕິບັດບັນດາໜ້າວຽກຫຼາຍດ້ານເຊັ່ນ: ການໂຄສະນາສຶກສາຄວາມສ່ຽງໄພ ຈາກ ລບຕ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການສຳຫຼວດ ແລະ ເກັບກູ້ ລບຕ, ການຄຸ້ມຄອງຄຸນນະພາບ, ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຂໍ້ມູນ.” ໃນກອງປະຊຸມ, ຫົວໜ໊າຫ້ອງການ ຄຊກລ ແລະ ຮັກສາການແທນອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດລາວໄດ້ລາຍງານຜົນສຳເລັດ ແລະ ສິ່ງທ້າທາຍທີ່ສຳຄັນ ໃນການຈັດຕັ້ງປະຕິບັດໂຄງການໃນປີ 2022. ຈາກນັ້ນ, ໄດ້ນຳສະເໜີແຜນວຽກປະຈຳປີ 2023. ໃນຕອນທ້າຍກອງປະຊຸມ, ທ່ານ ນາງ Catherine Phuong, ຮອງຜູ້ຕາງໜ້າ UNDP ແລະ ປະທານຮ່ວມກອງປະຊຸມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ລັດຖະບານລາວ ແລະ ຄູ່ຮ່ວມພັດທະນາ ເພື່ອຮັບປະກັນໃຫ້ວຽກງານແກ້ໄຂບັນຫາ ລະເບີດບໍ່ທັນແຕກ ມີປະສິດຕິພາບ, ຮອບດ້ານ ແລະ ຍືນຍົງ.