ພິທີເປີດໂຄງການ ສໍາຫຼວດ ແລະ ກວດກູ້ ລບຕ ຢູ່ ແຂວງ ຊຽງຂວາງ ໄລຍະ III

Published on 13/02/2022

ພິທີເປີດໂຄງການ ສໍາຫຼວດ ແລະ ກວດກູ້ ລບຕ ຢູ່ ແຂວງ ຊຽງຂວາງ ໄລຍະ III ໃນຕອນບ່າຍຂອງວັນທີ 06 ກຸມພາ 2023 ທີ່ ໂຮງແຮມ ອານຸລັກແຄນລາວ, ແຂວງ ຊຽງຂວາງ ໄດ້ມີພິທີເປີດໂຄງການສຳຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ແຂວງ ຊຽງຂວາງ ໄລຍະ III ເຊີ່ງໄດ້ຮັບທຶນສະໜັບສະໜູນ ຈາກ ລັດຖະບານສະຫະລັດອາເມລິກາ ມູນຄ່າ 16.6 ລ້ານໂດລາສະຫະລັດ ໂດຍມີໄລຍະການຈັດຕັ້ງປະຕິບັດໂຄງການ ແຕ່ ເດືອນ ມັງກອນ 2023 ຈົນເຖິງ ວັນທີ 30 ເມສາ 2025. ໂຄງການດັ່ງກ່າວແມ່ນໂຄງການທີ່ຢູ່ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໂດຍ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແລະ ອົງການເກັບກູ້ລະເບີດແມັກ ປະຈຳ ສປປ ລາວ. ຈຸດປະສົງຂອງໂຄງການແມ່ນ ເພື່ອເປັນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແຂວງ ຊຽງຂວາງ, ໂດຍການກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງອອກຈາກເນື້ອທີ່ດິນບ່ອນທີ່ມີການພັດທະນາ ແລະ ດິນທຳການຜະລິດດ້ານກະສິກຳ ຂອງ ພໍ່-ແມ່ປະຊາຊົນບັນດາເຜົ່າ. ພ້ອມດຽວກັນ, ກໍ່ເພື່ອເປັນການສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວໃຫ້ບັນລຸເປົ້າໝາຍດ້ານການພັດທະນາແບບຍືນຍົງ ທີ 18, ໂດຍການຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນໄລຍະຍາວ ຢູ່ ສປປ ລາວ. ໂຄງການດັ່ງກ່າວ ແມ່ນມີທີ່ຕັ້ງ ຢູ່ 7 ເມືອງ ຂອງແຂວງຊຽງຂວາງ ປະກອບມີ: ເມືອງໜອງແຮດ, ເມືອງຄູນ, ເມືອງຜາໄຊ, ເມືອງແປກ, ເມືອງພູກູດ, ເມືອງຄໍາ ແລະ ເມືອງໝອກ. ໂດຍຈະສຸມໃສ່ ຈັດຕັ້ງປະຕິບັດ 04 ກິດຈະກຳຫຼັກຄື: 1).ການສໍາຫຼວດທີ່ບໍ່ແມ່ນທາງດ້ານວິຊາການ, 2) ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ, 3) ການສໍາຫຼວດທາງດ້ານວິຊາການ ແລະ ການທໍາລາຍລະເບີດເຄື່ອນທີ່ ແລະ 4) ການກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງ. ໃນພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມ ແລະ ມີຄຳເຫັນຕໍ່ພິທີ ໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ; ທ່ານ ນາງ Portia Stratton, ຮັກສາການຫົວໜ້າອົງການ ເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ; ໂດຍຝ່າຍຜູ້ໃຫ້ທຶນ ແມ່ນ ທ່ານ Peter Haymond, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ມີ ທ່ານ ສີວິໄລ ແສງຈະເລີນ, ທ່ານ ຮອງເຈົ້າແຂວງ ຊຽງຂວາງ, ປະທານ ຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຂັ້ນແຂວງ, ພ້ອມດຽວກັນນັ້ນ ທ່ານ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຊຽງຂວາງ, ຮອງປະທານ ຜູ້ປະຈຳການ ຄະນະກຳມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຂັ້ນແຂວງ, ທ່ານ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທ່ານ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າຈາກກົມເອີຣົບ ແລະ ອາເມລິກາ ກະຊວງການຕ່າງປະເທດ, ຕາງໜ້າຈາກ ພະແນກການຕ່າງປະເທດ ແຂວງ ຊຽງຂວາງ, ບັນດາທ່ານເຈົ້າເມືອງ ແລະ ຕະຫຼອດຮອດພະນັກງານ ຈາກຫ້ອງການ ຄຊກລ ແລະ ຈາກອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ເຂົ້າຮ່ວມ ປະມານ 30 ກວ່າທ່ານ. ໃນໂອກາດດັ່ງກ່າວ ທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການ ຄຊກລ ໄດ້ມີຄໍາເຫັນ ແລະ ເນັ້ນໜັກໃສ່ບາງບັນຫາຕົ້ນຕໍຄື: ນັບແຕ່ປີ 1964 ຫາ 1973 ປະເທດລາວໄດ້ຮັບຜົນກະທົບຈາກການຖິ້ມລະເບີດໃນສົງຄາມອິນໂດຈີນ ເຊິ່ງຄາດຄະເນວ່າມີລະເບີດຖືກຖິ້ມໃສ່ດິນແດນຂອງ ສປປ ລາວ ຫຼາຍກວ່າ 2 ລ້ານໂຕນ, ໃນນີ້ມີລະເບີດລູກຫວ່ານຫຼາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າມີ 80 ລ້ານໜ່ວຍແມ່ນຍັງບໍ່ທັນແຕກ ແລະ ຕົກຄ້າງຢູ່ໃນ ສປປ ລາວ ເຊິ່ງເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມ. ລັດຖະບານ ສປປ ລາວ ຍາມໃດກໍໄດ້ເອົາໃຈໃສ່ ແລະ ເຫັນເຖິງຄວາມສໍາຄັນໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ໃນມາດຕາທີ 4, ການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແຕ່ປີ 2021-2030 ຫຼື ເອີ້ນວ່າ ເສັ້ນທາງຄວາມປອດໄພ III ແລະ ດໍາລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ. ພ້ອມດຽວກັນນັ້ນ ກໍຍັງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງ ພາລະບົດບາດ ແລະ ໜ້າທີ່ຂອງຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກຂັ້ນແຂວງ ແລະ ເນັ້ນໜັກໃຫ້ແຂວງຊີ້ນໍາ ອໍານວຍຄວາມສະດວກໃຫ້ແກ່ອົງການປະຕິບັດງານ ໃນການຈັດຕັ້ງປະຕິບັດກິດຈະກໍາໂຄງການ, ເອົາໃຈໃສ່ໃນການກວດກາພາຫະນະ ແລະ ອຸປະກອນ ແລະ ການນໍາໃຊ້ເງິນທີ່ເຫຼືອ ປະຕິບັດກິດຈະກໍາທີ່ບໍ່່ໄດ້ນອນໃນກອບບົດບັນທຶກຄວາມເຂົ້າໃຈ.