ພິທີເປີດ ໂຄງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ແຂວງ ຊຽງຂວາງ ແລະ ຫົວພັນ

Published on 14/02/2023

ໃນຕອນບ່າຍຂອງ ວັນທີ 07 ກຸມພາ 2023 ທີ່ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຊຽງຂວາງ ພິທີເປີດ ໂຄງການ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ແຂວງ ຊຽງຂວາງ ແລະ ຫົວພັນ ທີ່ໄດ້ຮັບການສະໜັບສະໜຸນຈາກ ອົງການ ການຮ່ວມມືສາກົນ ຂອງ ສ. ເກົາຫຼີ (KOICA) ໃນມູນຄ່າ 2.5 ລ້ານ ໂດລາສະຫະລັດ ໂດຍມີໄລຍະຈັດຕັ້ງປະຕິບັດແຕ່ປີ 2021 ຫາ 2023 ຢູ່ ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ. ໃນພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ; ທ່ານ ເຮລິນ ພາກ, ຮອງຫົວໜ້າອົງການ ກ້ອຍກ້າ ປະຈໍາ ສປປ ລາວ; ທ່ານ ບຸນເຮືອງ ສຸລິໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຊຽງຂວາງ ຮອງປະທານຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກແຂວງ ຊຽງຂວາງ; ຫົວໜ້າກົມພັດທະນາວິຊາຊີບຊາວໜູ່ມ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ຮອງຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມທັງຕາງໜ້າຈາກ ກະຊວງແຜນການ ແລະ ການລົງທຶນ, ສະມາຄົມຄິວລາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການ ຄຊກລ ໄດ້ມີຄໍາເຫັນ: ຜ່ານມາປະຊາຊົນລາວຈໍານວນຫຼາຍ ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນປາງສົງຄາມ ໂດຍ ອີງຕາມຂໍ້ມູນທີ່ບັນທຶກໄວ້ໃນຍຸດທະສາດແຫ່ງຊາດ ສະບັບທີ 2 ແລະ ສະບັບທີ 3 ໄດ້ລາຍງານວ່າ ປະຊາຊົນເກີດອຸປະຕິເຫດທັງໝົດ 50 ພັນຄົນ ໃນນີ້ ເສຍຊີວິດ 30 ພັນຄົນ ແລະ ບາດເຈັບ 20 ພັນຄົນ. ລັດຖະບານ ສປປ ລາວ ຍາມໃດກໍໄດ້ເອົາໃຈໃສ່ເບິ່ງແຍງຜູ້ເສຍອົງຄະ, ຜູ້ພິການ ແລະ ຜູ້ຖືກເຄາະຮ້າຍທີ່ເກີດອຸປະຕິເຫດ ຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງ ດ້ວຍການສົມທົບກັບພາກສ່ວນກ່ຽວຂ້ອງທີ່ໃຫ້ການຊ່ວຍເຫຼືອທາງດ້ານການແພດ ແລະ ສະຫວັດດີການອື່ນໆ, ຄຽງຄູ່ກັນນັ້ນ ຍັງເຫັນໄດ້ເຖິງຄວາມສໍາຄັນໃນການຈັດຕັ້ງປະຕິບັດສົນທິສັນຍາສາກົນ ທີ່ພົວພັນກັບການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ເປັນຕົ້ນແມ່ນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃນມາດຕາທີ 5, ສົນທິສັນຍາວ່າດ້ວຍ ສິດຂອງຄົນພິການ ແລະ ການຮັບຮອງເອົາທົດສະວັດຂອງຄົນພິການ ອາຊີ-ປາຊີຟິກ ແລະ ຖະແຫຼງການອາຊຽນ ວ່າດ້ວຍພາລະບົດບາດ ແລະ ການມີສ່ວນຮ່ວມຂອງຄົນພິການໃນອາຊຽນ. ເພື່ອເປັນການຈັດຕັ້ງຜັນຂະຫຍາຍບັນດາສົນທິສັນຍາ ແລະ ຄໍາໝັ້ນໝາຍຂອງ ສປປ ລາວ ໃນພາກພື້ນ ແລະ ສາກົນ ຈຶ່ງໄດ້ກໍານົດເອົາຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແຕ່ປີ 2021-2030 ໃນນັ້ນໄດ້ກໍານົດຕົວເລກຄາດໝາຍຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃຫ້ໄດ້ 11,400 ຄົນ. ນອກຈາກນີ້ຍັງໄດ້ມີກົດໝາຍວ່າດ້ວຍຄົນພິການ ແລະ ຍຸດທະສາດແຫ່ງຊາດກ່ຽວກັບຄົນພິການ ລວມທັງເຊື່ອມສານເຂົ້າໃນວຽກການສຶກສາ, ວຽກສາທາລະນະສຸກ ແລະ ວຽກອື່ນໆ. ພ້ອມດຽວກັນນັ້ນ ໃນ ສປປ ລາວ ຍັງໄດ້ມີການສ້າງຕັ້ງສະມາຄົມຂອງຄົນພິການເພື່ອເປັນການເຕົ້າໂຮມຄວາມສາມັກຄີ, ເກັບກໍາຂໍ້ມູນສະຖິຕິ ແລະ ຊ່ວຍເຫຼືອຄົນພິການ ແລະ ຍັງມີສະມາຄົມຄົນພິການຕາ, ສຸນພັດທະນາແມ່ຍິງ ແລະ ອື່ນໆ. ຕາມຖານຂໍ້ມູນຂອງ ຫ້ອງການ ຄຊກລ ທີ່ໄດ້ເກັບກໍາຂໍ້ມູນແຕ່ປີ 2008 ມາເຖິງປະຈຸບັນ, ສາມາດສັງລວມ ຜູ້ຖືກເຄາະຮ້າຍຈາກ ລບຕ ມີທັງໝົດ ພັນກວ່າຄົນ ແລະ ໄດ້ມີການສົມທົບກັບພາກສ່ວນກ່ຽວຂ້ອງສະໜອງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍໄດ້ທັງໝົດຫຼາຍກວ່າ 01 ຕື້ກີບ. ສໍາລັບ ໂຄງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ທີ່ຈະຈັດຕັ້ງປະຕິບັດຢູ່ ແຂວງ ຊຽງຂວາງ ແລະ ຫົວພັນ ເປັນໂຄງການທີ່ມີຄວາມສໍາຄັນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາລະເບີດບໍ່ທັນແຕກປີ 2030. ນອກຈາກການປະກອບສ່ວນຕໍ່ການປະຕິບັດນະໂຍບາຍ ແລະ ຍຸດທະສາດ ແລ້ວ ຍັງເປັນການປະກອບສ່ວນຊ່ວຍເຫຼືອໂດຍກົງແກ່ຜູ້ລອດຊີວິດ ແລະ ຄອບຄົວຜູ້ຖືກເຄາະຮ້າຍ ໃຫ້ໄດ້ຮັບການຝຶກອົບຮົມວິຊາຊີບ, ມີວຽກເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ ແລະ ໄດ້ຮັບການສະໜອງການປິ່ນປົວທາງດ້ານການແພດ.