ການລົງຢ້ຽມຢາມສະໜາມເກັບກູ້ລະເບີດບໍ່ທັນແຕກ ຂອງຄະນະຜູ້ແທນ ຢູ່ແຂວງຊຽງຂວາງ.

Published on 15/02/2023

ໃນລະຫວ່າງວັນທີ 31 ມັງກອນ ຫາ 3 ກຸມພາ 2023 ທີ່ຜ່ານມາ ຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຫຄຊກລ) ໄດ້ຈັດຕັ້ງນຳພາຜູ້ແທນຈາກສູນກາງ ນຳໂດຍ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຮອງປະທານ ຄຊກລ ພ້ອມດ້ວຍຄະນະ, ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ລົງຢ້ຽມຢາມສະໜາມເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ. ເປັນກຽດຕ້ອນຮັບຄະນະຜູ້ແທນໃນຄັ້ງນີ້ ໂດຍມີ ທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການ ຄຊກລ ແລະ ຄະນະອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ພ້ອມວິຊາການພາກສ່ວນກ່ຽວຂ້ອງ. ຈຸດປະສົງການລົງຢ້ຽມຢາມຄັ້ງນີ້ແມ່ນ ເພື່ອການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ພາກສະໜາມ ແລະ ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ພາກສະໜາມ ທີ່ ສະໜາມເກັບກູ້ ທີ່ ບ້ານ ຫີນ, ເມືອງ ຄຳ. ສຳລັບ ແຂວງ ຊຽງຂວາງ ຖືວ່າເປັນໜຶ່ງໃນເກົ້າແຂວງ ທີ່ມີອັດຕາການຕົກຄ້າງ ຂອງລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ທີ່ໜາແໜ້ນທີ່ສຸດຮອງຈາກແຂວງສະຫວັນນະເຂດ. ນອກຈາກການລົງຢ້ຽມພາກສະໜາມ ແລະ ຮັບຊົມການທຳລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງ ປະເພດ ລະເບີດລູກຫວ່ານ (ບົ່ມບີ່-BLU 26) ຈໍານວນແປດ (08) ໜ່ວຍ ແລ້ວ ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຜູ້ຖືກເຄາະຮ້າຍ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ ທີ່ໄດ້ຍ້າຍເຂົ້າມາປະກອບອາຊີບ ຢູ່ ບ້ານ ໂພນສະອາດ, ເມືອງ ແປກ ເຊີ່ງຜູ້ເຄາະຮ້າຍດັ່ງກ່າວແມ່ນນອນໃນເປົ້າໝາຍການຊ່ວຍເຫຼືອດ້ານການພັດທະນາອາຊີບ ຈາກໂຄງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ໂດຍໄດ້ຮັບທຶນສະນັບສະໜູນ ຈາກ ລັດຖະບານ ສາທາລະນະລັດ ເກົາຫຼີ ຜ່ານອົງການກອຍກາ ປະຈຳ ສປປ ລາວ. ມາຮອດປະຈຸບັນ ແຂວງ ຊຽງຂວາງ ແມ່ນເປັນພຽງແຂວງດຽວ ທີ່ໄດ້ຮັບທຶນສະໜັບສະໜູນ ຈາກ ລັດຖະບານນິວຊີແລນ ຜ່ານ ອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ ມູນຄ່າປະມານ 7.5 ລ້ານໂດລາສະຫະລັດ ໂດຍມີໄລຍະຈັດຕັ້ງປະຕິບັດ ແຕ່ປີ 2021-2024.