ກອງປະຊຸມຖະແຫຼງຂ່າວ ວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ຄົບຮອບ 18 ປີ ວັນທີ 4 ເມສາ 2005 ຫາ ວັນທີ 4 ເມສາ 2023.

Published on 05/042023

ໃນຕອນເຊົ້າ ວັນທີ 04 ເມສາ 2023 ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ວັນທີ 04 ເມສາ ຄົບຮອບ 18 ປີ ຮ່ວມກັບ ທ່ານ ນາງ Catherine Phuong ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ມີບັນດາ ຄຊກລ, ທຸຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຖະແຫຼງຂ່າວຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ອົງການກອຍກາ ປະຈຳ ສປປ ລາວ ໂດຍຜ່ານອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ. ທ່ານ ປະເດີມພອນ ສົນທະນີ ໄດ້ກ່າວວ່າ: ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ທາງ ອົງການສະຫະປະຊາຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (UNMAS) ໄດ້ມີຄຳຂວັນໃນປີນີ້ຄື: “ເລັ່ງທວງການແກ້ໄຂບັນຫາລະເບີດບໍ່ທັນແຕກ”. ຄໍາຂວັນເຕືອນໃຫ້ຮູ້ວ່າ ລບຕ ທີ່ຕົກຄ້າງມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທຸກຮຸ່ນໃນຊຸມຊົນຕະຫຼອດມາ ເຖິງວ່າຈະມີຄວາມພະຍາຍາມຮ່ວມກັນຫຼາຍທົດສະຫວັດເພື່ອຫຼຸດຜ່ອນຄວາມສ່ຽງຈາກ ລບຕ. ແຕ່ຍັງຕ້ອງຮຽກຮ້ອງໃຫ້ປະຊາຄົມໂລກ ປະຕິບັດການແກ້ໄຂບັນຫາ ລບຕ ທັນທີເພາະບໍ່ສາມາດລໍຖ້າໄດ້. ນອກນັ້ນ, ທາງຫ້ອງການ ຄຊກລ ໄດ້ມີຄໍາຂວັນ: ‘’ຄຸ້ມຄອງດີ ແກ້ໄຂດີ ນໍາໃຊ້ດີ’’ ເພື່ອເປັນການຊຸກຍູ້ ແລະ ຜັນຂະຫຍາຍແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ‘’ເສັ້ນທາງກ້າວສູ່ຄວາມປອດໄພ III” ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX (2021-2025) ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ປີ 2030. ສຳລັບ ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີິ່ສຸດໃນໂລກ ຈາກການຖີ້ມລະເບີດຢ່າງໜັກໜ່ວງໃນປາງສົງຄາມອີນດູຈີນ ແຕ່ປີ 1964-1973 ເມື່ອທຽບໃສ່ຈໍານວນປະຊາກອນ. ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນຫຼວງຫຼາຍ ໄດ້ສືບຕໍ່ສ້າງຄວາມເສຍຫາຍທາງດ້ານຮ່າງກາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ເປັນອຸປະສັກຕໍ່ການນໍາໃຊ້ທີ່ດີນເພື່ອທໍາການຜະລິດກະສິກໍາ, ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ, ເປັນອຸປະສັກຕໍ່ ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບ ກັບບັນດາຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງສາກົນ ສ້າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະ ເຊິ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດ ວ່າດ້ວຍ “ເສັ້ນທາງກ້າວສູ່ຄວາມປອດໄພ” ແລະ ມາຮອດປະຈຸບັນ ຍຸດທະສາດ ສະບັບທີ 3 ໄລຍະປີ 2021-2030 ແມ່ນໄດ້ຖືກຮັບຮອງຈາກລັດຖະບານແລ້ວ ເຊິ່ງແຜນຍຸດທະສາດສະບັບດັ່ງກ່າວ ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021 - 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ໂດຍສະເພາະແມ່ນເປົ້າໝາຍທີ 18 ເຊິ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າ ໝາຍ. ພ້ອມດຽວກັນນີ້, ກໍໄດ້ສ້າງ ດໍາລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເຊີ່ງມາຮອດປະຈຸບັນ ດໍາລັດສະບັບດັ່ງກ່າວ ໄດ້ຖືກຮັບຮອງຈາກ ລັດຖະບານແລ້ວ. ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນໜຶ່ງໄດ້ຖືກເກັບກູ້ອອກຈາກພື້ນທີ່ ເຊີ່ງເຮັດໃຫ້ການນໍາໃຊ້ທີ່ດີນມີຄວາມປອດໄພສໍາລັບເນື້ອທີ່ກະສິກໍາ ແລະ ເນື້ອທີ່ພັດທະນາ, ນັບແຕ່ 1996 ເຖິງ 22 ກຸມພາ 2023 ໄດ້ກວດກູ້ເນື້ອທີ່ດິນທັງໜົດ 79,599 ກ່ວາເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 1,808,254 ກວ່າໜ່ວຍ ໃນນີ້ລະເບີດລູກຫວ່ານ (ບົມບີ) ຈໍານວນ 1,056,393 ກວ່າໜ່ວຍ, ບົມໃຫຍ່ ຈໍານວນ 4,336 ກວ່າໜ່ວຍ, ລະເບີດຝັງດິນ (ມິນ) ຈໍານວນ 2,456 ກວ່າໜ່ວຍ ແລະ ທຳລາຍສໍາພາວຸດອື່ນໆ ຈໍານວນ 745,069 ກວ່າໜ່ວຍ. ສໍາລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແມ່ນສາມາດເຄື່ອນໄຫວໂຄສະນາໄດ້ຈໍານວນ 4,092 ກວ່າບ້ານ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແຕ່ປີ 2015 ຫາ ປີ 2022 ຈໍານວນ 2,846 ກວ່າຄົນ; ການສຳຫຼວດບໍ່ແມ່ນວິຊາການ ແຕ່ປີ 2011 ຫາປີ 2022 ຈໍານວນ 2,709 ກວ່າບ້ານ; ການສໍາຫຼວດທາງດ້ານວິຊາການ ແຕ່ປີ 2010 ຫາ ປີ 2022 ຈໍານວນ 1,804 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານ ແຕ່ປີ 2010 – 2022 ຈໍານວນ 174,638 ກວ່າເຮັກຕ້າ. ບັນດາຜົນສໍາເລັດ ທີ່ກ່າວມານີ້ ເປັນຄວາມພະຍາຍາມຂອງ ລັດຖະບານ ທີ່ໃຫ້ການຊີ້ນໍາ-ນໍາພາ ແລະ ການປະກອບສ່ວນດ້ານທຶນຮອນ, ເຕັກນິກ ແລະ ວິຊາການ ຈາກ ພາຍໃນ ແລະ ສາກົນ. ແຕ່ເຖີງຢ່າງໃດກໍຕາມ, ພາລະການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນ ສປປ ລາວ ຍັງຕ້ອງການສະໜັບສະໜູນຈາກສາກົນ ເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ. ໃນໂອກາດ ວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ໃນປີນີ້ ທ່ານ ນາງ Catherine Phuong ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ມັນເປັນການຍອມຮັບບໍ່ໄດ້ທີ່ປະຊາຊົນຢູ່ ສປປ ລາວ ພວກເຂົາບໍ່ມີທາງເລືອກ. ນອກຈາກນຳໃຊ້ທີ່ດິນທີ່ມີລະເບີດບໍ່ທັນແຕກຕົກຄ້າງ ເຂົ້າໃນການເຮັດກະສິກຳ, ຖ້າບໍ່ດັ່ງນັ້ນ ເຂົາເຈົ້າບໍ່ມີແນວຈະກິນ. ສະນັ້ນ, ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ເປັນການຮີບດ່ວນ”.