ກອງປະຊຸມຄະນະຊີ້ນໍາໂຄງການເພື່ອສ້າງຄວາມເຂັ້ມແຂງໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ຄັ້ງທີ 1 ປະຈໍາປີ 2023

Published on 07/06/2023

ກອງປະຊຸມຂອງຄະນະຊີ້ນຳໂຄງການເພື່ອສ້າງຄວາມເຂັ້ມແຂງໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ຄັ້ງທີ 1 ປະຈໍາປີ 2023 ໄດ້ຈັດຂື້ນໃນຕອນບ່າຍ ວັນທີ 05 ມິຖຸນາ 2023 ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ເປັນປະທານຮ່ວມໂດຍ ທ່ານ ນາງ ແຄັດເທີຣິນ ເຟືອງ, ຮັກສາການແທນ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ ໂດຍມີຜູ້ເຂົ້າຮ່ວມຈາກ ຄະນະຊີ້ນຳໂຄງການ, ທູຕານຸທູດ, ຕາງໜ້າປະເທດຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ. ກອງປະຊຸມໄດ້ຕີລາຄາ ແລະ ສະຫຼຸບຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ, ເຊີ່ງວຽກງານ 6 ເດືອນທ້າຍປີ ໄດ້ມີຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນການປະເມີນຜົນການນຳໃຊ້ທີ່ດິນຫຼັງການກວດກູ້ ລບຕ, ການສຳຫຼວດຄວາມຮັບຮູ້, ການປ່ຽນແປງພຶດຕິກຳ ພາຍຫຼັງໄດ້ດໍາເນີນການໂຄສະນາສຶກສາຄວາມສ່ຽງໄພ ຈາກ ລບຕ, ຜົນສໍາເລັດໃນການລາຍງານການຈັດຕັ້ງປະຕິບັດພັນທະຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລູກຫວ່ານ, ສົນທິສັນຍາວ່າດ້ວຍການເກືອດຫ້າມການນຳໃຊ້ອາວຸດທຳມະດາບາງປະເພດ, ການສ້າງຕັ້ງ ແລະ ຝືກອົບຮົມທີມໂຄສະນາສຶກສາຄວາມສຽ່ງໄພຈາກ ລບຕ ແລະ ສຳຫຼວດແບບບໍ່ແມ່ນວິຊາການ ທີມໃໝ່ ໃຫ້ແກ່ກອງ 58. ກອງປະຊຸມໄດ້ຮັບຮອງບົດລາຍງານຜົນສຳເລັດຕົ້ນຕໍການຈັດຕັ້ງປະຕິບັດວຽກງານໂຄງການໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023 ພ້ອມດຽວກັນນີ້ ກອງປະຊຸມໄດ້ເນັ້ນໜັກສຸມຈັດຕັ້ງປະຕິບັດກິດຈະກໍາໂຄງການເປັນຕົ້ນວຽກງານໂຄສະນາສືກສາຄວາມສ່ຽງໄພ ຈາກ ລບຕ, ວຽກງານສໍາຫຼວດ-ກວດກູ້ ແລະ ວຽກງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ບັນລຸຕາມແຜນການ 6 ເດືອນທ້າຍປີທີ່ວາງອອກ.