ກອງປະຊຸມຄະນະຊີ້ນຳໂຄງການ “ກວດກູ້ລະເບີດບໍ່ທັນແຕກ ທີ່ເປັນອຸປະສັກຕໍ່ການພັດທະນາຢູ່ ສປປ ລາວ ເພື່ອກ້າວສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18”

Published on 03/12/2021

ໃນວັນທີ 30 ພະຈິກ 2021, ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ) ໂດຍສົມທົບກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມທາງໄກຄະນະຊີ້ນຳໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ເປັນອຸປະສັກຕໍ່ການພັດທະນາ ຢູ່ ສປປ ລາວ ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 ຂຶ້ນ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈໍາການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ທ່ານນາງ ແຄັດທາລິນ ເຟືອງ ຮອງຜູ້ຕາງໜ້າ ອົງການ ສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປ ລາວ. ກອງປະຊຸມໄດ້ມີບັນດາທ່ານຄະນະຊີ້ນຳໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກ, ໂຄງການເກັບກູ້ລະເບີດແຫ່ງຊາດ, ຄູ່ຮ່ວມພັດທະນາ, ຕາງໜ້າປະເທດຜູ້ໃຫ້ທຶນ, ຕາງໜ້າບັນດາກະຊວງອ້ອມຂ້າສູນກາງ, ຂະແໜງການກ່ຽວຂ້ອງ, ຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແຂວງຊຽງຂວາງ ແລະ ແຂວງສະຫວັນນະເຂດ ພ້ອມແຂກຖືກເຊີນເຂົ້າຮວ່ມ. ກອງປະຊຸມໄດ້ລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ເປັນອຸປະສັກຕໍ່ການພັດທະນາ ຢູ່ ສປປ ລາວ ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 ສໍາລັບປີ 2021 ຂອງ ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ໃນໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນການວຽກຈຸດສຸມ 3 ເດືອນ (ມັງກອນ - ມີນາ) ປີ 2022 ຂອງ ຫ້ອງການ ຄຊກລ ໂດຍສຸມໃສ່ ກະກຽມເອກະສານໂຄງການຮ່ວມມືສະບັບໃໝ່ ໄລຍະປີ 2022-2026, ສ້າງ (ຮ່າງ) ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄລຍະປີ 2021-2030 ແລະ ສ້າງ (ຮ່າງ) ດໍາລັດວ່າດ້ວຍການແກ້ໄຂ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ. ພ້ອມດຽວກັນນີ້, ກອງປະຊຸມກໍໄດ້ຍົກໃຫ້ເຫັນບັນຫາທີ່ເປັນສິ່ງທ້າທາຍຂອງວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເປັນຕົ້ນແມ່ນຈໍານວນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກເພີ່ມຂຶ້ນໃນປີ 2020 ແລະ 2021.