ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ

Published on 13/06/2023

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຈັດຂື້ນໃນ ວັນທີ 07 ມິຖຸນາ 2023 ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈໍາການ ຄະນະກໍາການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ປະທານຮ່ວມໂດຍ ທ່ານ ນາງ ແຄັດເທີຣິນ ເຟືອງ ຮັກສາການຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ແລະ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ເຊີ່ງມີບັນດາຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ທູຕານຸທູດ, ຕາງໜ້າບັນດາກະຊວງ, ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ, ແຂວງ, ອົງການປະຕິບັດງານແກ້ໄຂບັນຫາ ລບຕ ເພືີ່ອມະນຸດສະທໍາ ແລະ ອົງການປະຕິບັດງານພາກວິສາຫະກິດ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດຕົ້ນຕໍການຈັດຕັ້ງປະຕິບັດວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023 ພ້ອມດຽວກັນນີ້ ກອງປະຊຸມໄດ້ປືກສາຫາລືວຽກງານອື່ນໆ ທີ່ກ່ຽວຂ້ອງ. ສໍາລັບຜົນສໍາເລັດວຽກງານການກວດກູ້ເນື້ອທີ່ດິນໄດ້ທັງໜົດ 2,912 ກວ່າເຮັກຕ້າ (ແຕ່ເດືອນຕຸລາ 2022 ຫາ ເດືອນພຶດສະພາ 2023) ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 44,267 ກວ່າໜ່ວຍ; ໃນນີ້ລະເບີດລູກຫວ່ານ (ບົມບີ) ຈໍານວນ 31,438 ກວ່າໜ່ວຍ; ສໍາລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແມ່ນສາມາດເຄື່ອນໄຫວໂຄສະນາໄດ້ຈໍານວນ 493 ກວ່າບ້ານ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຈໍານວນ 132 ກວ່າຄົນ; ການສໍາຫຼວດບໍ່ແມ່ນວິຊາການ ຈໍານວນ 131 ກວ່າບ້ານ; ການສຳຫຼວດທາງດ້ານວິຊາການ ຈໍານວນ 223 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານ ຈໍານວນ 9,732 ກວ່າເຮັກຕ້າ ແລະ ນໍາສະເໜີແຜນໄຕມາດ 3 ແລະ ໄຕມາດ 4. ກອງປະຊຸມໄດ້ຮັບຮອງບົດລາຍງານຜົນສຳເລັດຕົ້ນຕໍການຈັດຕັ້ງປະຕິບັດວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023 ພ້ອມດຽວກັນນີ້ ກອງປະຊຸມໄດ້ເນັ້ນໜັກສຸມຈັດຕັ້ງປະຕິບັດວຽກງານໂຄສະນາສືກສາຄວາມສ່ຽງໄພ ຈາກ ລບຕ, ວຽກງານສໍາຫຼວດ-ກວດກູ້ ແລະ ວຽກງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ບັນລຸຕາມແຜນການ 6 ເດືອນທ້າຍປີທີ່ວາງອອກ.