ເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດໜູນຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ໄລຍະ II

Published on 19/06/2023

ພິທີເຊັນບົດບັນທຶກຂໍ້ຕົກລົງ ກິດຈະກໍາ “ເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດໜູນຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ໄລຍະ II” ໂຄງການດັ່ງກ່າວຢູ່ພາຍໃຕ້ ບົດບັນທຶກຂໍ້ຕົກລົງ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໂດຍ ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ອົງການ ເວີລດ໌ເອດຢູເຄຊັນ (World Education) ປະຈໍາ ສປປ ລາວ. ໄດ້ຖືກລົງນາມໂດຍ ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແລະ ທ່ານ ນາງ ຣີເບັກກາ ເດີຣີ (Rebeca Derry) ຫົວໜ້າອົງການ ເວີລດ໌ເອດຢູເຄຊັນ (World Education) ປະຈໍາ ສປປ ລາວ. ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 09 ມິຖຸນາ 2023 ຢູ່ ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການສະໜັບສະໜູນທຶນຈາກ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໃນມູນຄ່າ 96.473 ໂດລາສະຫະລັດ ໄລຍະເວລາຂອງໂຄງການ ແມ່ນເລີ່ມແຕ່ວັນທີ 09 ມິຖຸນາ 2023 ເປັນຕົ້ນໄປຈົນເຖິງ ວັນທີ 30 ພະຈິກ 2024. ໃນພິທີລົງນາມອັນສໍາຄັນນີ້ ໃຫ້ກຽດເຂົ້າຮ່ວມເປັນສັກຂິພະຍານ ໂດຍທ່ານ ນາງ Shannon Farell ຮອງເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງໂຄງການດັ່ງກ່າວ ແມ່ນເພື່ອໃຫ້ຜູ້ລອດຊີວິດ ແລະ ສະມາຊິກຄອບຄົວ ທີ່ໄດ້ຮັບຜົນກະທົບຈາກ ລບຕ ໃນ ສປປ ລາວ ໄດ້ຮັບການປິ່ນປົວທາງການແພດ ແລະ ການຈັດງານຊາປະນາກິດສົບ ໂຄງການນີ້ແມ່ນຈະຈັດຕັ້ງປະຕິບັດຢູ່ 09 ແຂວງ ເປົ້າໝາຍໃນ ສປປ ລາວ ຄື: ແຂວງ ຫຼວງພະບາງ, ຊຽງຂວາງ, ຫົວພັນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ຜູ້ທີ່ໄດ້ຮັບເຄາະຮ້າຍຈາກ ລບຕ ແຂວງອື່ນໆ, ຮັບປະກັນເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດໜູນຜູ້ຖືກເຄາະຮ້າຍຈາກ ລບຕ ທີ່ຕົກຄ້າງ ເຂົ້າເຖິງຜູ້ລອດຊີວິດຈາກອຸບັດຕິເຫດລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແລະ ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກ ອຸບັດຕິເຫດ ລບຕ ໂດຍກົງ ແລະ ສ້າງຄວາມເຂົ້າໃຈກ່ຽວກັບນະໂຍບາຍ ແລະ ຂັ້ນຕອນການນໍາໃຊ້ນະໂຍບາຍເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດໜູນຜູ້ຖືກເຄາະຮ້າຍ ຈາກ ລະເບີດບໍ່ທັນແຕກ.