ພິທີສະເຫຼີມສະຫຼອງ ວັນມີຜົນບັງຄັບໃຊ້ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ 13 ປີ.

Published on 03/08/2023

ພິທີສະເຫຼີມສະຫຼອງ ວັນມີຜົນບັງຄັບໃຊ້ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ 13 ປີ (01 ສິງຫາ 2010 – 01 ສິງຫາ 2023) ຈັດຂື້ນໃນວັນທີ 02 ສິງຫາ 2023 ທີ່ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ. ທ່ານ ນາງ Mrs. Martine Thérer ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ພ້ອມດ້ວຍບັນດາທ່ານທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ບັນດາທ່ານຜູ້ຕາງໜ້າກະຊວງ ແລະ ຂະແໜງການອ້ອມຂ້າງສູນກາງເຂົ້າຮ່ວມ. ໃນໂອກາດດຽວກັນ ທ່ານ ປະເດີມພອນ ສົນທະນີ ໄດ້ໃຫ້ກຽດມີຄຳເຫັນຕໍ່ພິທີ ໂດຍໄດ້ຍົກໃຫ້ເຫັນການປະຕິບັດພັນທະຂອງ ສປປ ລາວ ເພື່ອໃຫ້ບັນລຸ ມາດຕາ 4 “ການເກັບກູ້ ແລະ ທຳລາຍ ເສດລະເບີດລູກຫວ່ານທີ່ຕົກຄ້າງ ແລະ ການໂຄສະນາສຶກສາເພື່ອຫຼຸດຜ່ອນຄວາມສ່ຽງໄພ ຈາກ ລບຕ”. ຕະຫຼອດໄລຍະຫຼາຍປີຜ່ານມາ ວຽກງານແກ້ໄຂບັນຫາລະເບິດບໍ່ທັນແຕກທີ່ຕົກຄ້າງ ເຫັນໄດ້ມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນວຽກງານດ້ານການສ້າງນະໂຍບາຍ ແລະ ນິຕິກໍາທີ່ກ່ຽວຂ້ອງໄດ້ສຳເລັດການສ້າງ ຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ “ເສັ້ນທາງກ້າວສູ່ຄວາມປອດໄພ 3”, 2021-2030 ເຊີ່ງຍຸດທະສາດແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021-2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງປີ 2030. ນອກນັ້ນ, ລັດຖະບານ ໄດ້ອອກຄໍາສັ່ງ ສະບັບເລກທີ 39/ນຍ, ລົງວັນທີ 28 ກັນຍາ 2016 ວ່າດ້ວຍການເພີ່ມທະວີວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ໄດ້ຮັບຮອງດໍາລັດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເຊິ່ງເປັນເອກະສານພື້ນຖານໃນການຄຸ້ມຄອງການເຄື່ອນໄຫວຂອງອົງການປະຕິບັດງານແກ້ໄຂບັນລະເບີດບໍ່ທັນແຕກ, ໄດ້ສ້າງຄວາມເຂັ້ມແຂງໃຫ້ ກອງກວດກູ້ລະເບີດເພື່ອມະນຸດສະທໍາກອງທັບ 58 ໂດຍການສ້າງທີມໃໝ່ເພີ່ມ ແລະ ທີມດັ່ງກ່າວໄດ້ຮັບການຝຶກອົບຮົມຫຼັກສູດວິຊາການເກັບກູ້ ລບຕ, ຫຼັກສູດແພດສະໜາມ ແລະ ຫຼັກສູດການໂຄງສະນາສືກສາຄວາມສ່ຽງໄພ ຈາກ ລບຕ ສໍາເລັດແລ້ວ 51 ທ່ານ ແລະ ປະຈຸບັນ ກໍາລັງຝືກ 62 ທ່ານ. ຄຽງຄູ່ກັນນີ້້, ກໍ່ໄດ້ສ້າງຄວາມເຂັ້ມແຂງ ໃນການສ້າງແຜນບຸລິມະສິດ ການສຳຫຼວດ-ເກັບກູ້, ການໂຄສະນາສືກສາຄວາມສ່ຽງໄພ, ການຄຸ້ມຄອງຂໍ້ມູນໃຫ້ແກ່ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ບ້ານ. ພ້ອມທັງສະແດງໃຫ້ເຫັນການແກ້ໄຂບັນຫາ ລບຕ ໃນໄລຍະ 6 ເດືອນ ຕົ້ນປີ 2023 ວຽກງານໂຄສະນາສຶກສາຄວາມສ່ຽງໄພໄດ້ 456 ບ້ານ, ມີອຸປະຕິເຫດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 11 ຄັ້ງ ມີຜູ້ໄດ້ຮັບເຄາະຮ້າຍ 21 ຄົນ ໃນນີ້ ບາດເຈັບ 17 ຄົນ ແລະ ເສຍຊີວິດ 4 ຄົນ ເຊິ່ງສາເຫດແມ່ນຍ້ອນການເຮັດກິດຈະກໍາທໍາການຜະລິດ, ກວດກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ທໍາການຜະລິດ ແລະ ເຂດຈຸດສຸມພັດທະນາ ໄດ້ 2.696 ເຮັກຕາ ແລະ ພັດທະນາຊີວິດການເປັນຢູ່ຂອງຜູ້ທີ່ຖືກເຄາະຮ້າຍໄດ້ 14 ຄົນ. ຕອນທ້າຍພິທີສະເຫຼີມສະຫຼອງນີ້ ທ່ານປະເດີມພອນ ຍັງໄດ້ກ່າວ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນທີ່ມີຄຸນຄ່າຂອງທຸກພາກສ່ວນ ແລະ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງທັງ ພາກລັດຖະບານ, ຄູ່ຮ່ວມພັດທະນາ, ບັນດາປະເທດເພື່ອນມິດອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ, ຕະລອດຮອດປະຊາຄົມໂລກ ແລະ ບັນດາປະເທດທີ່ເປັນລັດພາຄີຂອງສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອປະເທດທີ່ໄດ້ຮັບຜົນກະທົບ ກໍ່ຄື ສປປ ລາວ ເພື່ອຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃຫ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້.