ພິທີເຊັນບົດບັນທຶກຄວາມເຂົ້າໃຈ 03 ໂຄງການ ລະຫວ່າງ ຫ້ອງການ ຄຊກລ ແລະ ອົງການ ເກັບກູ້ລະເບີດ ແມັກ ປະຈໍາ ສປປ ລາວ

Published on 04/0/02023

ໃນຕອນບ່າຍຂອງ ວັນທີ 03 ສິງຫາ 2023 ທີ່ ໂຮງແຮມ ເສດຖາປາລາສ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຫ້ອງການ ຄຊກລ ແລະ ອົງການ ເກັບກູ້ລະເບີດ ແມັກ ປະຈໍາ ສປປ ລາວ ສໍາລັບ 03 ໂຄງການ ທີ່ຈະຈັດຕັ້ງປະຕິບັດຢູ່ ແຂວງ ຄໍາມ່ວນ ປະກອບມີ: ໂຄງການ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ແຂວງ ຄໍາມ່ວນ ໄລຍະ 5, ທີ່ໄດ້ຮັບທຶນສະໜັບສະໜູນຈາກ ກະຊວງ ການຕ່າງປະເທດ ແລະ ການພັດທະນາ ແຫ່ງສະຫະລາຊະອານາຈັກອັງກິດ (FCDO) ໃນມູນຄ່າ 436.277 ໂດລາສະຫະລັດ, ໂຄງການ ເກັບກູ້ລະເບີດ ເພື່ອປົກປ້ອງຊີວິດໃຫ້ແກ່ປະຊາຊົນຢູ່ ເມືອງ ບົວລະພາ ແຂວງ ຄໍາມ່ວນ ໄລຍະ 2, ທີ່ໄດ້ຮັບທຶນສະໜັບສະໜຸນ ຈາກ ທ່ານ Michael Ambler, ປະເທດສະຫະລັດ ອາເມລິກາ ໃນມູນຄ່າ 112.269 ໂດລາສະຫະລັດ, ໂຄງການ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ເພື່ອການດໍາລົງຊີວິດທີ່ປອດໄພ ຂອງ ຊຸມຊົນ ບ້ານ ວັງຄົນ, ເມືອງ ບົວລະພາ ແຂວງ ຄໍາມ່ວນ ທຶນສະໜັບສະໜຸນຈາກ UK Aid Match, ກະຊວງ ການຕ່າງປະເທດ ແລະ ການພັດທະນາ ແຫ່ງສະຫະລາຊະອານາຈັກອັງກິດ (FCDO) ໃນມູນຄ່າ 235.269 ໂດລາສະຫະລັດ. ບົດບັນທຶກຄວາມເຂົ້າໃຈທັງ 03 ໂຄງການ ໄດ້ຖືກລົງນາມໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການ ຄຊກລ ແລະ ທ່ານ ອີລາຍ ເມຄະນິກ, ຫົວໜ້າອົງການ ເກັບກູ້ລະເບີດ ແມັກ ປະຈໍາ ສປປ ລາວ. ໃນພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມມີຄໍາເຫັນ ແລະ ລົງນາມໃສ່ເອກະສານບົດບັນທຶກຄວາມເຂົ້າໃຈ ສຳລັບ 03 ໂຄງການ ໂດຍມີ ທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ລົງນາມ ໃສ່ເອກະສານບົດບັນທຶກຄວາມເຂົ້າໃຈ ສໍາລັບ 03 ໂຄງການ ໃນນາມຕາງໜ້າໃຫ້ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ, ຫົວໜ້າອົງການ ເກັບກູ້ລະເບີດ ແມັກ ປະຈໍາ ສປປ ລາວ, ທ່ານ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຄໍາມ່ວນ ແລະ ພະແນກການກ່ຽວຂ້ອງຂັ້ນແຂວງ, ທ່ານ ຮອງຫົວໜ້າຫ້ອງການ ແລະ ທ່ານ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າຈາກກົມເອີຣົບ ແລະ ອາເມລິກາ, ກະຊວງການຕ່າງປະເທດ, ຕາງໜ້າຫ້ອງວ່າການແຂວງ, ພະແນກການຕ່າງປະເທດແຂວງ ຄໍາມ່ວນ ຕະຫຼອດຮອດພະນັກງານຈາກ ຫ້ອງການ ຄຊກລ, ຕາງໜ້າໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ອົງການເກັບກູ້ລະເບີດ ແມັກ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າ ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ເນັ້ນໜັກ ໃຫ້ຄະນະກໍາມະການຄຸ້ມຄອງໂຄງການແຕ່ລະຂັ້ນ ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ໃຫ້ຄໍາແນະນໍໍາກ່ຽວກັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວຢ່າງໃກ້ຊິດ ອໍານວຍຄວາມສະດວກໃຫ້ແກ່ອົງການປະຕິບັດງານໃນການຈັດຕັ້ງປະຕິບັດກິດຈະກໍາໂຄງການ ແລະ ກວດກາການນໍາໃຊ້ງົບປະມານຂອງໂຄງການ ໃຫ້ເປັນໄປຕາມກອບບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ນອກຈາກນີ້, ທ່ານ ຍັງໄດ້ເນັ້ນໜັກໃຫ້ອົງການເອົາໃຈໃສ່ໃນການປະສານສົມທົບກັບຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງ ແລະ ອົງການປະຕິບັດງານອື່ນທີ່ ປະຕິບັດງານຢູ່ໃນພື້ນທີ່ແຂວງດຽວກັນ ເພື່ອໃຫ້ມີການແລກປ່ຽນດ້ານຂໍ້ມູນ ແລະ ຮັບປະກັນໃຫ້ຈອດກັນໃນກົນໄກການປະສານງານໃນແຕ່ລະດ້ານ. ໃນຕອນທ້າຍ ທ່ານ ຍັງໄດ້ສະແດງຄວາມຂອບໃຈ ມາຍັງປະເທດຜູ້ໃຫ້ທຶນ ກໍຄືລັດຖະບານແຫ່ງລາຊະອານາຈັກ ອັງກິດ ແລະ ຜູ້ໃຫ້ທຶນຈາກປະເທດສະຫະລັດອາເມລິກາ ທີ່ໄດ້ລະດົມຂົນຂວາຍ ແລະ ສະໜອງທຶນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ຂອບໃຈມາຍັງອົງການປົກຄອງຂັ້ນແຂວງ ທີ່ໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ ແລະ ຂອບໃຈມາຍັງອົງການ ເກັບກູ້ລະເບີດ ແມັກ ປະຈໍາ ສປປ ລາວ ທີ່ຍາມໃດກໍໄດ້ເປັນຂົວຕໍ່ໃນການລະດົມຂົນຂວາຍທຶນ ເພື່ອມາສືບຕໍ່ຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ, ເວົ້າສະເພາະແມ່ນຢູ່ ແຂວງ ຄໍາມ່ວນ ແລະ ແຂວງອື່ນ.