ຄະນະຜູ້ແທນຈາກປະເທດຄູ່ຮ່ວມພັດທະນາ ແລະ ສື່ມວນຊົນ ຢ້ຽມຢາມສະໜາມການປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ແຂວງຊຽງຂວາງ.

Published on 15/11/2023

ຄະນະຜູ້ແທນຈາກບັນດາປະເທດຄູ່ຮ່ວມພັດທະນາ ແລະ ສື່ມວນຊົນ ໄດ້ມາຢ້ຽມຢາມສະໜາມການປະຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ລະຫວ່າງ ວັນທີ 8-10 ພະຈິກ 2023 ຢູ່ ເມືອງແປກ ແຂວງຊຽງຂວາງ, ເຊິ່ງຈັດຂຶ້ນໂດຍ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຮັບການສະໜັບສະໜູນຈາກ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ. ການຢ້ຽມຢາມຄັ້ງນີ້ມີຈຸດປະສົງເພື່ອເປັນການສົ່ງເສີມການລະດົມທຶນຈາກສາກົນ ພ້ອມທັງເປັນການເຜີຍແຜ່ໃຫ້ສາກົນໄດ້ຮັບຮູ້ເຖິງບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ສປປ ລາວ. ຕອນບ່າຍວັນທີ 08 ພະຈິກ 2023 ນໍາພາຄະນະໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການ ຕ່າງປະເທດ, ບັນດາຜູ້ແທນຈາກກະຊວງທີ່ກ່ຽວຂ້ອງເຊັ່ນ: ກະຊວງການຕ່າງປະເທດ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງປ້ອງກັນປະເທດ, ຫົວໜ້າພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຜູ້ແທນຈາກອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປ ລາວ, ບັນດາເອກອັກຄະລັດຖະທູດຈາກຫຼາຍສະຖານທູດເຊັ່ນ: ສະຖານທູດອາເມລິກາ, ສະຖານທູດນູແວນເຊລັງ, ສະຖານທູດ ສ.ເກົາຫຼີ, ສະຖານທູດລຸກຊຳບວກ, ສະຖານທູດຍີ່ປຸ່ນ, ສະຖານທູດການາດາ, ສະຖານທູດອຽກລັງ ເຂົ້າຢ້ຽມຂຳນັບ ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງໆ ຊຽງຂວາງ ຢູ່ ຫ້ອງວ່າການແຂວງຊຽງຂວາງ. ໃນໂອກາດນີ້, ທ່ານ ເຈົ້າແຂວງໆ ຊຽງຂວາງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທີ່ໄດ້ນໍາພາຄະນະດັ່ງກ່າວ ເດີນທາງມາຢ້ຽມຢາມແຂວງເພື່ອຕິດຕາມເບີ່ງການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ແຂວງຊຽງຂວາງ. ໃນວັນທີ 09 ພະຈິກ 2023 ບັນດາຄະນະຜູ້ແທນ ໄດ້ລົງຢ້ຽມຢາມກິດຈະກໍາ ໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ແລະ ວຽກງານສຳຫຼວດບໍ່ແມ່ນດ້ານວິຊາການ ຢູ່ທີ່ໂຮງຮຽນປະຖົມສົມບູນບ້ານດ່ອງ, ເມືອງແປກ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະຜູ້ອໍານວຍການ ຄກລ, ຄກລ ແຂວງຊຽງຂວາງ ພ້ອມດ້ວຍພະນັກງານ ຄກລ ແລະ ອໍານາດການປົກຄອງທ້ອງຖິ່ນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ບັນດາຄະນະຜູ້ແທນ ໄດ້ຮັບຊົມກິດຈະກໍາໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກຢູ່ທີ່ໂຮງຮຽນແຫ່ງນີ້ ໂດຍມີນ້ອງໆ ນັກຮຽນຊັ້ັນປະຖົມຈຳນວນຫຼາຍເຂົ້າຮ່ວມ. ຈາກນັ້ນ ໄດ້ຢ້ຽມຊົມບູດວາງສະແດງວຽກງານຂອງ ຄກລ ເຊິ່ງແຕ່ລະບູດແມ່ນມີການວາງສະແດງເຄື່ອງອຸປະກອນທີ່ນຳໃຊ້ໃນການເຮັດວຽກພາກສະໜາມ ແລະ ມີລະເບີດເປົ່າທີ່ປອດໄພຈຳນວນໜຶ່ງ. ຫຼັງຈາກນັ້ນສືບຕໍ່ເດີນທາງໄປຢ້ຽມຢາມສະໜາມສຳຫຼວດດ້ານວິຊາການ ແລະ ສະໜາມກວດກູ້ ເຊິ່ງຢູ່ໃນບ້ານດ່ອງເຊັ່ນດຽວກັນ. ຢູ່ທີ່ສະໜາມກວດກູ້, ທ່ານ ຜູ້ອໍານວຍການ ຄກລ ໄດ້ລາຍງານຫຍໍ້ໃຫ້ແກ່ບັນດາຄະນະຜູ້ແທນໄດ້ຮັບຟັງກ່ຽວກັບພາບລວມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ຜົນສໍາເລັດຂອງໂຄງການນັບຕັ້ງແຕ່ເລີ່ມສ້າງຕັ້ງໂຄງການຈົນຮອດປະຈຸບັນ, ຕາມດ້ວຍທ່ານ ຫົວໜ້າຫ້ອງການ ຄກລ ແຂວງຊຽງຂວາງ ກໍ່ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານ ແລະ ຜົນສຳເລັດຂອງ ຄກລ ແຂວງຊຽງຂວາງ, ຈາກນັ້ນ ຫົວໜ້າທີມກວດກູ້ ກໍ່ໄດ້ລາຍງານ ແລະ ອະທິບາຍແຜນວາດຂອງການປະຕິບັດວຽກງານກວດກູ້ລະເບີດຢູ່ໃນສະໜາມກວດກູ້ແຫ່ງນີ້. ໃນວາລະສຸດທ້າຍ, ບັນດາຄະນະຜູ້ແທນກໍ່ໄດ້ໃຫ້ກຽດກົດປຸ່ມທໍາລາຍລະເບີດ 3 ຄັ້ງ ຢູ່ທີ່ສະໜາມກວດກູ້ແຫ່ງນີ້ຢ່າງປອດໄພ ໂດຍໄດ້ຮັບການແນະນໍາຈາກຫົວໜ້າທີມກວດກູ້.