ກອງປະຊຸມຄະນະຊີ້ນໍາໂຄງການ ສະໜັບສະໜຸນຢ່າງມີປະສິດທິພາບ ແລະ ປະສິດທິຜົນເຂົ້າໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ປະຈໍາປີ 2023

Published on 08/12/2023

ກອງປະຊຸມຄະນະຊີ້ນໍາໂຄງການສະໜັບສະໜຸນຢ່າງມີປະສິດທິພາບ ແລະ ປະສິດທິຜົນເຂົ້າໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ປະຈໍາປີ 2023 ເຊິ່ງໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 07 ທັນວາ 2023 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ເປັນປະທານຮ່ວມໂດຍ ທ່ານ ນາງ ມາຕິນ ເຕຼເຣີ (Martine Therer), ຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ມີຜູ້ເຂົ້າຮ່ວມຈາກ ຄະນະຊີ້ນໍາໂຄງການ, ທູຕານຸທູດ, ຕາງໜ້າປະເທດຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ ເພື່ອປຶກສາຫາລືກ່ຽວກັບວຽກງານການແກ້ໄຂບັນຫາ ລະເບີດບໍ່ທັນແຕກ (ລບຕ) ເຊິ່ງເປັນບັນຫາສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ. ປະຈຸບັນ, ລັດຖະບານ ສປປ ລາວ ກໍ່່າລັງສຸມໃສ່ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຄັ້ງທີ 09 ທ້າຍສະໄຫມ ໂດຍສະເພາະແຜນຍຸດທະສາດແຫ່ງຊາດ ເພືີ່ອແກ້ໄຂບັນຫາ ລບຕ “ເສັ້ນທາງສູ່ຄວາມປອດໄພ III” ແລະ ເປົ້າໝາຍການພັດທະນາແບບຍືນຍົງທີ 18. ພ້ອມນັ້ນ, ກໍ່ປະເມີນຜົນສໍາເລັດການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ປີ 2023 ໂດຍນໍາສະເໜີເຄື່ອງມືໃນການຈັດບູລິມະສິດໃນການກວດກູ້ໃຫ້ແກ່ອໍານາດການປົກຄອງຂັ້ນແຂວງ, ຈັດກອງປະຊຸມວິຊາການສຳລັບວຽກງານແກ້ໄຂບັນຫາ ລບຕ, ລົງຕິດຕາມວຽກງານການສຳຫຼວດ-ກວດກູ້ ລບຕ ແລະ ຈັດກອງປະຊຸມເພື່ອຄົ້ນຄວ້າກ່ຽວກັບແຜນບູລິມະສິດແຫ່ງຊາດ ແລະ ຄົ້ນຄວ້າແຜນປີ 2024 ໂດຍເອົາໃຈໃສ່ຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ຢ່າງມີປະສິດທິພາບ ປະສິດທິຜົນ, ໂປ່ງໃສ ແລະ ສາມາດລາຍງານຄວາມຄືບໜ້າໄດ້ຢ່າງເປັນປະຈຳ, ທຸກພາກສ່ວນສືບຕໍ່ປະສານງານກັນຢ່າງເປັນປະຈຳ, ສືບຕໍ່ປະຕິບັດວຽກງານຢ່າງເປັນຂະບວນການ ຜ່ານການປຶກສາຫາລື ແລະ ມີການຖອດຖອນບົດຮຽນຮ່ວມກັນເພື່ອຮັບປະກັນວຽກງານການແກ້ໄຂບັນຫາ ລບຕ ຖືກຕ້ອງຕາມບູລິມະສິດທ້ອງຖີ່ນ, ສອດຄ່ອງກັບການວາງແຜນ ແລະ ລະບຽບການ ໝູນໃຊ້ການຊ່ວຍເຫຼືອທາງດ້ານວັດຖຸອຸປະກອນ, ງົບປະມານ ແລະ ແລກປ່ຽນບົດຮຽນວິຊາການ, ຖ່າຍທອດເອົາຄວາມສຳນິສຳນານດ້ານວິຊາການຢ່າງມີຫົວຄິດປະດິດສ້າງ, ເພື່ອຫັດແໜ້ນການຮ່ວມມືກັບປະເທດຜູ້ໃຫ້ທຶນ ແລະ ອົງການ ສະຫະປະຊາຊາດ ໃນການຈັດຕັ້ງໂຄງການດັ່ງກ່າວໃຫ້ບັນລຸຕາມແຜນທີ່ວາງໃວ້ຢ່າງມີິປະສິດທິພາບ. ໃນໂອກາດນີ້, ກໍ່ໄດ້ມີພິທີລົງນາມເອກະສານໂຄງການສະໜັບສະໜູນຢ່າງມີປະສິດທິພາບ ແລະ ປະສິດທິຜົນເຂົ້າໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III (2022 – 2026) ສະບັບປັບປຸງ. ເນື່ອງຈາກມີການມອບໂອນ ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ ສປປ ລາວ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄປຂື້ນກັບການຄຸ້ມຄອງຊີ້ນຳຂອງ ກະຊວງການຕ່າງປະເທດ, ສ່ວນໂຄງການເກັບກູ້ລະເບີດແຫ່ງຊາດ ແມ່ນຂຶ້ນກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ກອງປະຊຸມຄັ້ງນີິ້, ໄດ້ຮັບທຶນສະໜັບສະໜຸນຈາກ ອົງການ ກອຍກາ ໂດຍຜ່ານອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ.