ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ປະຈຳປີ 2023

Published on 08/12/2023

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຈັດຂື້ນໃນຕອນບ່າຍ ວັນທີ 07 ທັນວາ 2023 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານຮ່ວມໂດຍ ທ່ານ ນາງ Martine Therer (ມາຕິນ ເຕຼເຣີ), ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ ແລະ ທ່ານ ນາງ Michelle Y. Outlaw, (Chargé d’affaires) ອຸປະທູດຊົົ່ວຄາວ, ສະຖານທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ເຊີ່ງມີບັນດາຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ທູຕານຸທູດ, ຕາງໜ້າບັນດາກະຊວງ, ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ, ແຂວງ, ອົງການປະຕິບັດງານແກ້ໄຂບັນຫາ ລບຕ ເພືີ່ອມະນຸດສະທໍາ ແລະ ອົງການປະຕິບັດງານພາກວິສາຫະກິດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີິ້ ໄດ້ຮັບທຶນສະໜັບສະໜຸນຈາກ ອົງການ ກອຍກາ ໂດຍຜ່ານອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ. ກອງປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດຕົ້ນຕໍການຈັດຕັ້ງປະຕິບັດວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ຂອງບັນດາອົງການປະຕິບັດງານເພື່ອມະນຸດສະທຳໃນ ສປປ ລາວ ໄລຍະ ປີ 2023 ແລະ ວາງທິດທາງແຜນປີ 2024 ພ້ອມດຽວກັນນີ້ ກອງປະຊຸມໄດ້ລາຍງານການມອບໂອນ-ວຽກງານແກ້ໄຂບັນຫາ ລບຕ ມາຂຶ້ນກັບກະຊວງການຕ່າງປະເທດ ແລະ ນໍາສະເໜີການປັບປຸງກົນໄກກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ພາຍໃຕ້ການຊີ້ນໍາ ຂອງກະຊວງການຕ່າງປະເທດ ລວມທັງແຜນການປັບປຸງວຽກດັ່ງກ່າວໃນອະນາຄົດ. ນອກນັ້ນ, ໄດ້ລາຍງານຜົນສໍາເລັດວຽກງານຕ່າງໆ ແຕ່ ເດືອນ ມັງກອນ ຫາ ເດືອນພະຈິກ 2023 ຊຶ່ງສາມາດສັງລວມໄດ້ດັ່ງນີ້: ການກວດກູ້ເນື້ອທີ່ດິນໄດ້ທັງໜົດ 4,795 ກວ່າເຮັກຕາ, ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 63,663 ກວ່າໜ່ວຍ; ໃນນີ້ລະເບີດລູກຫວ່ານ (ບົມບີ) ຈໍານວນ 44,275 ກວ່າໜ່ວຍ; ສໍາລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແມ່ນສາມາດເຄື່ອນໄຫວໂຄສະນາໄດ້ຈໍານວນ 867 ກວ່າບ້ານ; ການເກີດອຸປະຕິເຫດທັງໝົດ 18 ຄັ້ງ (ມີຜູ້ໄດ້ຮັບເຄາະຮ້າຍຈາກ ລບຕ 41 ຄົນ, ໃນນັັ້ນ ເສຍຊີວິດ 10 ຄົນ), ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຈໍານວນ 3.262 ກວ່າຄົນ; ການສໍາຫຼວດບໍ່ແມ່ນວິຊາການ ຈໍານວນ 160 ກວ່າບ້ານ; ການສຳຫຼວດທາງດ້ານວິຊາການ ຈໍານວນ 246 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານ ຈໍານວນ 14,163 ກວ່າເຮັກຕາ. ໃນຕອນທ້າຍກອງປະຊຸມ ທ່ານປະທານ ມີບາງຄໍາເຫັນ ເພືີ່ອເປັນແນວທາງພື້ນຖານໃຫ້ແກ່ຂະແໜງການ ລບຕ ດັັ່ງນີ້: ການປັບປຸງ ຄຊກລ ແມ່ນເປັນການຮັດແໜ້ນລະບົບ ປະສານງານ, ຄຸ້ມຄອງ ແລະ ດໍາເນີນວຽກງານໃຫ້ກະທັດຮັດ, ມີປະສິດທິພາບ ແລະ ປະສິດທິຜົນສາມາດວັດແທກໄດ້.