ກອງປະຊຸມ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ

Published on 07/02/2024

ວັນທີ 06 ກຸມພາ 2024 ທີ່ ຫ້ອງປະຊຸມ ຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຂອງຕົນຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງປະທານ ທັງເປັນຜູ້ປະຈຳການ ຂອງ ຄຊກລ ໂດຍການເຂົ້າຮ່ວມຂອງ ທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຫົວໜ້າຫ້ອງວ່າການ, ຫົວຫນ້າ/ຮອງຫົວຫນ້າພະແນກການຕ່າງປະເທດ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ຫ້ອງການທີ່ກ່ຽວຂ້ອງທຸກແຂວງທົ່ວປະເທດ ລວມທັງຫມົດ 135 ທ່ານ. ໃນໂອກາດດັ່ງກ່າວ, ຜູ້ແທນກອງປະຊຸມ ໄດ້ພ້ອມກັນທົບທວນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ, ໂດຍສະເພາະຄວາມຄືບຫນ້າ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ແລະ ໄດ້ປຶກສາຫາລືກ່ຽວກັບ ວິທີການແກ້ໄຂແລະ ວາງທິດທາງແຜນການໃນຕໍ່ໜ້າ ກໍຄືການຈັດຕັ້ງຜັນຂະຫຍາຍການມອບ-ໂອນວຽກງານ ຄຊກລ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄປຂຶ້ນກັບກະຊວງການຕ່າງປະເທດ ໃຫ້ມີຄວາມສອດຄ່ອງ ແລະ ຮັດກຸມ ເພື່ອສາມາດຮັບປະກັນໄດ້ຄວາມຕໍ່ເນື່ອງ ແລະ ປະສິດທິພາບຂອງການປະຕິບັດວຽກງານແກ້ໄຂ ລະເບີດບໍ່ທັນແຕກທີາຕົກຄ້າງ ໃຫ້ດີຍິ່ງຂຶ້ນ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ບັນດານິຕິກໍາຕ່າງໆ ທີ່ກ່ຽວຂ້ອງ ລວມທັງການປັບປຸງດໍາລັດ 210/ລບ ວ່າດ້ວຍ ການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ການປັບປຸງລະບົບການປະສານງານຂອງວຽກງານລະເບີດບໍ່ທັນແຕກແຕ່ສູນກາງຮອດທ້ອງຖິ່ນໃຫ້ໂລ່ງລຽນ ແລະ ສະດວກຍິ່ງຂຶ້ນ. ພ້ອມດຽວກັນນີ້, ກອງປະຊຸມໄດ້ເນັ້ນຢ້ຳເຖິງຄວາມສຳຄັນຂອງທ້ອງຖີ່ນໃນການມີສ່ວນຮ່ວມສ້າງແຜນບຸລິມະສິດການສຳຫລວດ ກວດກູ້ ລບຕ ໂດຍເຫັນດີໃຫ້ມີການປະສານງານເຮັດວຽກກັບຫ້ອງການ ຄຊກລ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການວາງແຜນບຸລິມະສິດອີງຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຂອງເມືອງ ເພື່ອຮັບປະກັນການວາງແຜນສຳຫຼວດ ກວດກູ້ ລບຕ ແມ່ນຖືກຕ້ອງຕາມຄວາມຕ້ອງການຂອງທ້ອງຖີ່ນ ກໍ່ຄືຖືກຕ້ອງຕາມແນວທາງ ແຜນການພັດທະນາທີ່ແທ້ຈິງ. ກອງປະຊຸມໄດ້ຮັບຮອງເອົາການປັບປຸງດໍາລັດ 210/ລບ ໂດຍພື້ນຖານ ແລະ ຕົກລົງເຫັນດີໃຫ້ແຕ່ລະແຂວງມີການແຕ່ງຕັ້ງຈຸດປະສານງານ ສຳລັບວຽກງານຄຸ້ມຄອງການແກ້ໄຂ ລບຕ ຂັ້ນທ້ອງຖິ່ນ ໃຫ້ແທດເໝາະກັບສະພາບຄວາມຕ້ອງການຕົວຈິງ. ນັບແຕ່ດຳເນີນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງນັບແຕ່ປີ 1996 ມາຮອດ ປັດຈຸບັນ, ສາມາດກວດກູ້ໄດ້ 86,343 ເຮັກຕາ, ທຳລາຍ ລບຕ ໄດ້ 1,900,718 ຫນ່ວຍ, ໃນນັ້ນ ເປັນບົ່ມໃຫຍ່ 4,629 ຫນ່ວຍ, ບົ່ມບີ້ 1,121,681 ຫນ່ວຍ, ລະເບີດຝັງດິນ 2,534 ຫນ່ວຍ ແລະ ລະເບີດອື່ນໆ 771,874 ຫນ່ວຍ. ຜົນງານເຫລົ່ານີ້ແມ່ນຍ້ອນການປະກອບສ່ວນທັງທາງດ້ານສະຕິປັນຍາ ແລະ ເຫື່ອແຮງຂອງພະນັກງານກວດກູ້ ລະເບີດບໍ່ທັນແຕກທົ່ວປະເທດ ກໍຄີການປະກອບສ່ວນທາງດ້ານວັດຖຸ, ອຸປະກອນ ແລະ ທຶນຮອນຈາກການ ຮ່ວມມືທີ່ດີຂອງ ລັດຖະບານ ສປປ ລາວ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ, ເຊິ່ງທັງຫມົດນັ້ນ ໄດ້ຊ່ວຍໃຫ້ປະຊາຊົນບັນດາເຜົ່າມີຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກເປັນກ້າວໆມາ.