ພິທີມອບ-ຮັບພາຫະນະ ແລະ ອຸປະກອນ ຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຈາກ ສ.ເກົາຫຼີ ຜ່ານອົງການ KOICA ມອບໃຫ້ ກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ 58

Published on 29/02/2024

ໃນວັນທີ 28 ກຸມພາ 2024 ລັດຖະບານ ສ.ເກົາຫຼີ ໄດ້ມອບອຸປະກອນ ເຊິ່ງມີມູນຄ່າການຊ່ວຍເຫຼືອທັງໝົດ 1 ລ້ານກວ່າໂດລາສະຫະລັດ, ລວມມີ ພາຫະນະ 20 ຄັນ, ລົດຈັກ 10 ຄັນ, ເຄື່ອງກວດຈັບໂລຫະ, ເຄື່ອງປັ່ນໄຟ, ເຄື່ອງຕັດຫຍ້າ, ຄອມພິວເຕີ ແລະ ອຸປະກອນໄອທີ ໃຫ້ແກ່ທີມເກັບກູ້ລະເບີດເພື່ອມະນຸດສະທຳ ກອງທັບ 58 (ກອງ 58) ເພື່ອປະກອບໃຫ້ກັບທີມທີ່ສ້າງຂື້ນໃໝ່ ພາຍໃຕ້ໂຄງການໄລຍະທີ III ແຕ່ປິ 2022-2026 “ສະໜັບສະໜຸນຢ່າງມີປະສິດທິພາບ ແລະ ປະສິດທິຜົນເຂົ້າໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III.”. ອຸປະກອນເຫຼົ່ານີ້ຈະຊຸກຍູ້ການປະຕິບັດງານຂອງກອງ 58 ກ່ຽວກັບການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເພື່ອຮັບປະກັນໃຫ້ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ສາມາດສືບຕໍ່ໄດ້ຮັບຄວາມຍືນຍົງໃນອະນາຄົດ. ໃນພິທີດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງປະທານ ຜູ້ປະຈຳການ ຄຊກລ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການສະໜັບສະໜູນຈາກ ລັດຖະບານ ສ.ເກົາຫຼີ ສໍາລັບການຊ່ວຍເຫຼືອວຽກງານຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເວົ້າລວມ ເວົ້າສະເພາະກໍ່ເພື່ອຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ ໃຫ້ປອດໄພຈາກລະເບີດບໍ່ທັນແຕກ. ພ້ອມດຽວກັນນີ້, ກໍ່ຍັງເປັນການປະກອບສ່ວນໃຫ້ບັນລຸເປົ້າໝາຍພັດທະນາແບບຍືນຍົງ ທີ 18 (SDG 18) ວ່າດ້ວຍ “ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ”. ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງການສະໜັບສະໜູນເຊິ່ງປະເທດ ສ.ເກົາຫຼີ ມີຕໍ່ ສປປ ລາວ ທ່ານກ່າວວ່າ: “ການຊ່ວຍເຫຼືອຂອງພວກເຮົາໄດ້ມີຢູ່ໃນເກືອບທຸກຂົງເຂດທີ່ກ່ຽວຂ້ອງກັບວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ, ລວມທັງການສຶກສາຄວາມສ່ຽງໄພຈາກ ລບຕ, ການກວດກູ້, ທຳລາຍລະເບີດບໍ່ທັນແຕກ, ການສ້າງຄວາມອາດສາມາດໃຫ້ຂະແໜງການ ລບຕ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ການສະໜັບສະໜູນຂອງພວກເຮົາຍັງຄົງບໍ່ປ່ຽນແປງ.” ລັດຖະບານ ສ.ເກົາຫຼີ ຜ່ານອົງການ KOICA ໃຫ້ການສະໜັບສະໜູນການເປັນເຈົ້າການແຫ່ງຊາດຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງ ສປປ ລາວ ໂດຍຜ່ານ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ແລະ ກອງ 58, ຜ່ານອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ. ກອງ 58 ມີບົດບາດສຳຄັນໃນການປະຕິບັດໜ້າທີ່ຢູ່ 4 ແຂວງຄື: ແຂວງ ວຽງຈັນ, ແຂວງ ບໍລິຄໍາໄຊ, ນະຄອນຫຼວງວຽງຈັນ, ແຂວງ ໄຊສົມບູນ ແລະ ທໍາລາຍລະເບີດສຸກເສີນ ໃນຂອບເຂດທົ່ວປະເທດ ຕາມການສະເໜີຂອງທ້ອງຖີ່ນ. ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ໄລຍະຜ່ານມາ (2016 – 2023) ໄດ້ປະຕິບັດວຽກງານໂຄສະນາສຶກສາຄວາມສ່ຽງໄພ ຈາກ ລບຕ ຢູ່ 222 ເທື່ອບ້ານ, ສໍາຫລວດບໍ່ແມ່ນວິຊາການເພື່ອຊອກຫາຈຸດຫລັກຖານ ລບຕ ໄດ້ 234 ບ້ານ, ສໍາຫລວດວິຊາການກໍານົດພື້ນທີ່ ລບຕ ໄດ້ 251.58 ເຮັກຕາ, ກວດກູ້ ລບຕ ອອກຈາກພື້ນທີ່ໄດ້ທັງໝົດ 215.76 ເຮັກຕາ ແລະ ທໍາລາຍ ລບຕ ໄດ້ທັງໝົດ 9,202 ໜ່ວຍ ເປັນລະເບີດລູກຫວ່ານ 2,392 ໜ່ວຍ.