ກອງກວດກູ້ລະເບີດເພື່ອມະນຸດສະທໍາ 58 ກອງທັບ ໄດ້ລົງເຄື່ອນໄຫວສຳຫຼວດ-ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ)

Published on 16/12/2021

ກອງກວດກູ້ລະເບີດເພື່ອມະນຸດສະທໍາ 58 ກອງທັບ ໄດ້ລົງເຄື່ອນໄຫວສຳຫຼວດ-ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ຢູ່ບ້ານນາຊູ, ບ້ານໂພນສີດາ, ບ້ານນຳ້ແກ່ນ, ບ້ານຫົວເມືອງ, ບ້ານຫີນໂງນ ເມືອງກາສີ, ເມືອງວັງວຽງ ແຂວງວຽງຈັນ ໃນລະຫວ່າງວັນທີ 07-13/12/2021. ການທຳລາຍ ລບຕ ຄັ້ງນີ້ ແມ່ນແນ່ໃສ່ເພື່ອຫຼຸດຜ່ອນຄວາມສ່ຽງໄພຈາກ ລບຕ ລົງສູ່ລະດັບທີ່ເຮັດໃຫ້ປະຊາຊົນສາມາດດຳລົງຊີວິດຢ່າງມີຄວາມປອດໄພ ແລະ ປະກອບສ່ວນໃນການພັດທະນະເສດຖະກິດ-ສັງຄົມ. ກອງກວດກູ້ລະເບີດເພື່ອມະນຸດສະທໍາ 58 ກອງທັບ ໄດ້ທຳລາຍ ລບຕ ທັງໝົດຈຳນວນ 60 ໜ່ວຍ ລວມມີ ບົມໃຫຍ່ 250 ປອນ ຈໍານວນ 01, ລູກລະເບີດບົມບີ ຈໍານວນ 07 ໜ່ວຍ, ລະເບີດຝັງດິນ(ມິນ) ຈໍານວນ 01 ໜ່ວຍ ແລະ ສຳພາວຸດອື່ນໆ 51 ໜ່ວຍ. ການເຄື່ອນໄຫວວຽກງານການສຳຫຼວດ-ກວດກູ້ ແລະ ທຳລາຍ ລບຕ ແມ່ນໄດ້ຮັບການຮ່ວມມືຈາກ ອຳນາດການປົກຄອງທ້ອງຖີ່ນ ເປັນຢ່າງດີ ແລະ ໄດ້ຮັບທຶນຊ່ອຍເຫຼືອຈາກອົງການກ້ອຍກ້າ ໂດຍຜ່ານ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ.