ພິທີສະເຫຼີມສະຫຼອງ ວັນທີ 4 ເມສາ ວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ, 8 ເມສາ 2024, ນະຄອນຫຼວງພະບາງ

Published on 09/04/2024

ໃນຕອນເຊົ້າ ວັນທີ 08 ເມສາ 2024 ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ເປັນປະທານງານສະເຫຼີມສະຫຼອງ ວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ວັນທີ 04 ເມສາ ຄົບຮອບ 19 ປີ, ມີບັນດາ ຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ ສປປ ລາວ, ທຸຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍໄດ້ເຂົ້າຢ້ຽມຊົມຫ້ອງວາງສະແດງທີ່ໄດ້ຮັບການປັງປຸງ ແລະ ການຮັບຊົມວິດິໂອສັັ້ນທີ່ສະທ້ອນໃຫ້ເຫັນເຖິງຜົນກະທົບຂອງ ລບຕ ໃນ ສປປ ລາວ ຊຶ່ງມີຄົນເຂົ້າຮ່ວມທັງໝົດ 78 ຄົນ. ພິທີສະເຫລີມສະຫລອງ ວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ວັນທີ 4 ເມສາ ໃນປີນີ້ແມ່ນພາຍໃຕ້ຄຳຂວັນ “ປົກປ້ອງຊີວິດ ສ້າງສັນຕິພາບ (Protecting Lives. Building Peace)”. ວັນສາກົນນີ້ເປັນວັນທີ່ມີຄວາມໝາຍຄວາມສຳຄັນ ສຳລັບວົງຄະນາຍາດສາກົນ ລວມທັງ ສປປ ລາວ. ຈຸດປະສົງຕົ້ນຕໍຂອງງານໃນມື້ນີ້ ນອກຈາກຈະເພື່ອລະນຶກເຖິງຜົນກະທົບອັນໂຫດຮ້າຍ ແລະ ຍາວນານຂອງລະເບີດບໍ່ທັນແຕກແລ້ວ ມັນຍັງເປັນການສະແດງໃຫ້ເຫັນເຖິງຄວາມເຫັນອົກເຫັນໃຈຕໍ່ຜູ້ຖືກເຄາະຮ້າຍ ແລະ ປະຊາຊົນທີ່ຍັງດຳລົງຊີວິດແບບສ່ຽງໄພກັບລະເບີດບໍ່ທັນແຕກໃນແຕ່ລະວັນ ເພື່ອຮຽກຮ້ອງໃຫ້ມີການເພີ່ມຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວນີ້ ເພື່ອປົກປ້ອງຊີວິດ ແລະ ປົກປ້ອງການດຳລົງຊີວິດທີ່ຜາສຸກຂອງປະຊາຊົນລາວ ພ້ອມທັງເປັນການປູກຈິດສຳນຶກໃຫ້ທົ່ວສັງຄົມ ໃຫ້ຮັບຮູ້ເຖິງຄວາມສ່ຽງ ແລະ ໄພອັນຕະລາຍ ຂອງລະເບີດທີ່ບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ສປປ ລາວ. ໃນຊຸ່ມປີຜ່ານມາ 50 % ຂອງຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ແມ່ນເດັກນ້ອຍ ໂດຍສະເພາະ ໃນຕົ້ນອາທິດຂອງ ປີ 2024 ນີ້ ໄດ້ເກີດມີອຸບັດຕິເຫດ ຈາກລະເບີດບໍ່ທັນແຕກຈຳນວນ 10 ຄັ້ງ, ມີຜູ້ຖືກເຄາະຮ້າຍຈຳນວນ 21 ຄົນ ໃນນັ້ນເປັນເດັກນ້ອຍ ຈໍຳນວນ 12 ຄົນ ຊຶ່ງມີອາຍຸລະຫວ່າງ 5 ປີ – 16 ປີ ເຊິ່ງສິ່ງທີ່ເກີດຂື້ນນັ້ນເປັນເລື່ອງທີ່ໜ້າໂສກເສົ້າເສຍໃຈທີ່ສຸດສຳລັບ ສປປ ລາວ. ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບ ກັບບັນດາຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງສາກົນ ສ້າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະ ເຊິ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດ ວ່າດ້ວຍ “ເສັ້ນທາງກ້າວສູ່ຄວາມປອດໄພ III” ໄລຍະປີ 2021-2030 ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021 - 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ໂດຍສະເພາະແມ່ນເປົ້າໝາຍທີ 18 ເຊິ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າໝາຍ. ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນໜຶ່ງໄດ້ຖືກເກັບກູ້ອອກຈາກພື້ນທີ່ ເຊີ່ງເຮັດໃຫ້ການນໍາໃຊ້ທີ່ດີນມີຄວາມປອດໄພສໍາລັບເນື້ອທີ່ກະສິກໍາ ແລະ ເນື້ອທີ່ພັດທະນາ, ນັບແຕ່ 1996 ເຖິງ 26 ມີນາ 2024 ໄດ້ກວດກູ້ເນື້ອທີ່ດິນທັງໜົດ 87,323 ກ່ວາເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 1,915,780 ກວ່າໜ່ວຍ. ສໍາລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແມ່ນສາມາດເຄື່ອນໄຫວໂຄສະນາໄດ້ຈໍານວນ 4,231 ກວ່າບ້ານ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແຕ່ປີ 2015 ຫາ ປີ 2024 ຈໍານວນ 2,846 ກວ່າຄົນ; ການສຳຫຼວດບໍ່ແມ່ນວິຊາການ ແຕ່ປີ 2011 ຫາປີ 2024 ຈໍານວນ 2,872 ກວ່າບ້ານ; ການສຳຫຼວດທາງດ້ານວິຊາການ ແຕ່ປີ 2010 ຫາ ປີ 2024 ຈໍານວນ 1,877 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານ ແຕ່ປີ 2010 – 2024 ຈໍານວນ 200,589 ກວ່າເຮັກຕ້າ. ບັນດາຜົນສໍາເລັດ ທີ່ກ່າວມານີ້ ເປັນຄວາມພະຍາຍາມຂອງ ລັດຖະບານ ທີ່ໃຫ້ການຊີ້ນໍາ-ນໍາພາ ແລະ ການປະກອບສ່ວນດ້ານທຶນຮອນ, ເຕັກນິກ ແລະ ວິຊາການ ຈາກ ພາຍໃນ ແລະ ສາກົນ ເປັນຕົ້ນແມ່ນ Canada, Ireland, Japan, Luxembourg, New Zealand, Norway, Republic of Korea, United Kingdom, United States of America, ອົງການ UNDP ແລະ ບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ. ແຕ່ເຖີງຢ່າງໃດກໍຕາມ, ພາລະການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນ ສປປ ລາວ ຍັງຕ້ອງການສະໜັບສະໜູນຈາກສາກົນ ເພື່ອເລ່ງລັດການແກ້ໄຂບັນຫາດັ່ງກ່າວ. ພິທີສະເຫຼີມສະຫຼອງຄັ້ງນີ້ ໄດ້ຈັດຂື້ນທີ່ສູນວາງສະແດງ ລບຕ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳແຂວງຫຼວງພະບາງ ໂດຍໄດ້ຮັບການສະໜັບສະໜູນຈາກ ປະເທດອຽກລັງ ແລະ ອົງການກອຍກາ ປະຈຳ ສປປ ລາວ ໂດຍຜ່ານອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ. ໃນຕອນບ່າຍຂອງວັນດຽວກັນ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ປະກອບມີ ຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ທຸຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຢ້ຽມຢາມສະໜາມກວດກູ້ລະເບີດທີ່ບໍ່ທັນແຕກ ຢູ່ບ້ານພິກໃຫຍ່, ແຂວງຫຼວງພະບາງ.