ການສຳຫຼວດ ແລະ ເຄື່ອນຍ້າຍບົມໃຫຍ່ 500 ປອນ (Bomb 500lb MK82) ທີ່ບ້ານອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນ.

Published on 12/01/2022

ເມືອງນາກາຍ ຕັ້ງຢູ່ທາງທິດຕາເວັນອອກຂອງແຂວງຄຳມ່ວນ, ເຊິ່ງຫ່າງຈາກເທດສະບານຂອງແຂວງປະມານ 77 ກິໂລແມັດ ມີເນື້ອທີ່ທັງໝົດ 4,300 ກິໂລຕາແມັດ ແຂວງຄຳມ່ວນເປັນແຂວງທີ່ຖືກຖິ້ມລະເບີດໃສ່ຫຼາຍເປັນອັນດັບ 2 ຂອງປະເທດ ໃນສົງຄາມອິນດູຈີນ ປີ 1964 – 1973, ເມືອງນາກາຍຈຶ່ງເປັນເມືອງໜື່ງທີ່ຖືກຜົນກະທົບໜັກຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ (ລບຕ) ມີຜູ້ເສຍຊີວິດຈາກ ລບຕ ຈຳນວນ 3 ຄົນ ແລະ ມີຜູ້ບາດເຈັບຈຳນວນໜື່ງ, ໃນໄລຍະຜ່ານມາໄດ້ມີການກວດກູ້ ແລະ ທຳລາຍ ລບຕ ອອກຈຳນວນໜື່ງ ຢູ່ໃນເຂດເນື້ອທີ່ທຳການຜະລິດຂອງປະຊາຊົນ. ແຕ່ມາປະຈຸບັນນີ້ ລບຕ ຢູ່ເມືອງນາກາຍ ກໍ່ຍັງຈຳນວນຫຼາຍທີ່ບໍ່ທັນໄດ້ເກັບກູ້, ອຳນາດການປົກຄອງເມືອງໃຫ້ຮູ້ວ່າ ເນື້ອທີ່ຍັງບໍ່ໄດ້ເກັບກູ້ມີປະມານ 350 ກວ່າ ເຮັກຕາ ເຊິ່ງຈະນອນຢູ່ໃນເຂດທີ່ຢູ່ອາໃສ ແລະ ພື້ນທີ່ທຳການຜະລິດຂອງປະຊາຊົນຈຳນວນໜື່ງ. ໃນເດືອນ ທັນວາ 2021 ທີ່ຜ່ານມາ ມີປະຊາຊົນ ບ້ານອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນ ຊື່ແມ່ ຄຳບາງ ກຸນທະຈັນ ອາຍຸ 71 ປີ (ເປັນແມ່ໝ້າຍ) ມີລູກ 5 ຄົນ, ຍິງ 2 ຄົນ, ຊາຍ 3 ຄົນ ໄດ້ອາໃສຢູ່ນີ້ມາແຕ່ປີ 1965 ໄດ້ຂຸດດີນຫຼັງບ້ານເພື່ອຈະສ້າງເປັນຫ້ອງນ້ຳໃໝ່ ເຊິ່ງຫ່າງຈາກເຮືອນປະມານ 3 ແມັດ ໄດ້ພົບເຫັນ ລບຕ ມີຄວາມຕົກໃຈຢ້ານກົວ ຈຶ່ງໄດ້ລາຍງານຕໍ່ອຳນາດການປົກຄອງເມືອງນາກາຍ. (ບ້ານອຸດົມສຸກ ມີຄົວເຮືອນທັງໜົດ 741 ແລະ ມີຈຳນວນຄົນ 3,216 ຄົນ.) ດັ່ງນັ້ນ, ອຳນາດການປົກຄອງເມືອງ ແລະ ເຈົ້າຂອງເຮືອນ ຈຶ່ງຮ້ອງຂໍມາຍັງ ຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຫຄຊກລ) ຊ່ອຍກວດກູ້ ລບຕ ອອກໃຫ້. ຫ້ອງການ ຄຊກລ ປະສານກັບກອງກວດກູ້ລະເບີດເພື່ອມະນຸດສະທຳ 58 ກອງທັບ ຈຶ່ງໄດ້ວາງແຜນການສຳຫຼວດ ແລະ ເຄື່ອນຍ້າຍ ຂື້ນໄດ້ລະຫວ່າງ ວັນທີ 20-26 ທັນວາ 2021 ໂດຍຫົວໜ້າໜ່ວຍງານຄຸ້ມຄອງຄຸນນະພາບ ແລະ ວິຊາການທຳລາຍລະເບີດຂັ້ນສູງ ປະຈຳຫ້ອງການ ຄຊກລ ສົມທົບກັບ ກອງກວດກູ້ລະເບີດເພື່ອມະນຸດສະທຳ 58 ກອງທັບ ໄດ້ເຄື່ອນຍ້າຍບົມໃຫຍ່ 500 ປອນ (Bomb 500lb MK82) ຢ່າງຖືກຕ້ອງຕາມເຕັກນິກວິຊາການ ແລະ ມາດຕະຖານແຫ່ງຊາດ ອອກຈາກເຮືອນປະຊາຊົນ ໄປສະໜາມທໍາລາຍ ທີ່ໄດ້ກໍານົດເອົາສະໜາມຍິງປືນຂອງກອງບັນຊາການທະຫານເມືອງນາກາຍ ເປັນສະໜາມກະກຽມທຳລາຍບົມໃຫຍ່ດັ່ງກ່າວ. ຈຸດປະສົງເພື່ອແນ່ໃສ່ຫຼຸດຜ່ອນຄວາມສ່ຽງໄພຈາກ ລບຕ ລົງສູ່ລະດັບທີ່ເຮັດໃຫ້ປະຊາຊົນສາມາດດໍາລົງຊີວິດຢ່າງມີຄວາມປອດໄພ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ສາມາດປະຕິບັດໄດ້ໂດຍປາສະຈາກໄພຂົ່ມຂູ່ຈາກ ລບຕ. ການເຄື່ອນໄຫວວຽກງານການສຳຫຼວດ ແລະ ເຄື່ອນຍ້າຍບົມໃຫຍ່ຄັ້ງນີ້ ແມ່ນໄດ້ຮັບການຮ່ວມມືຈາກ ອຳນາດການປົກຄອງທ້ອງຖີ່ນ ເປັນຢ່າງດີ ແລະ ໄດ້ຮັບທຶນຊ່ອຍເຫຼືອຈາກປະເທດໄອແລນ ໂດຍຜ່ານ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ. ເຊິ່ງການຊ່ອຍເຫຼືອຄັ້ງນີີ້ ແມ່ນມີຜົນປະໂຫຍດຕໍ່ກັບຊິວີດການເປັນຢູ່ ແລະ ຄວາມປອດໄພຂອງປະຊາຊົນໃນບ້ານອຸດົມສຸກ.