ກອງປະຊຸມປຶກສາຫາລືປັບປຸງເນື້ອໃນ ຮ່າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ "ເສັ້ນທາງກ້າວສູ່ຄວາມປອດໄພ 3" ສຳລັບປີ 2021-2030

Published on 01/03/2022

ກອງປະຊຸມເພື່ອປຶກສາຫາລືປັບປຸງເນື້ອໃນ ຮ່າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ "ເສັ້ນທາງກ້າວສູ່ຄວາມປອດໄພ III" ໄລຍະປີ 2021-2030 ຈັດຂື້ນໃນວັນທີ 28 ກຸມພາ 2022 ໂດຍການເປັນປະທານຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈຳການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຫຄຊກລ) ແລະ ທັງເປັນຫົວໜ້າຄະນະຮັບຜິດຊອບສ້າງ ຮ່າງແຜນຍຸດທະສາດແຫ່ງຊາດ "ເສັ້ນທາງກ້າວສູ່ຄວາມປອດໄພ III". ທ່ານນາງ ຣິຄາດາ ຣິກເຈີ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາປະຈຳ ສປປ ລາວ ແລະ ທ່ານ ດຣ ພິເຕີ ເອັມ ເຮມອນ ເອກອັກຄະລັດຖະທູດ ສ.ອາເມລີກາ ປະຈຳ ສປປ ລາວ, ມີບັນດາຄະນະຮັບຜິດຊອບສ້າງ ຮ່າງແຜນຍຸດທະສາດແຫ່ງຊາດ, ບັນດາຜູ້ຕາງໜ້າ ອົງການຈັດຕັ້ງສາກົນ, ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງເຂົ້າຮ່ວມ. ໃນຮູບແບບເຊິ່ງໜ້າ ແລະ ແບບທາງໄກ. ກອງປະຊຸມດັ່ງກ່າວໂດຍສຸມໃສ່ບັນຫາເນື້ອໃນຕົ້ນຕໍຂອງ ຮ່າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ "ເສັ້ນທາງກ້າວສູ່ຄວາມປອດໄພ III" ເນັ້ນໃສ່ການຕີລາຄາການຈັດຕັ້ງປະຕິບັດ ຍຸດທະສາດແຫ່ງຊາດ "ເສັ້ນທາງກ້າວສູ່ຄວາມປອດໄພ II" ໃນໄລຍະ 10 ປີຜ່ານມາໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ ແລະ ຄົງຄ້າງ. ພ້ອມນີ້, ຍັງໄດ້ລົງເລິກຄົ້ນຄວ້າປະກອບຄວາມຄິດເຫັນໃສ່ ຮ່າງວິໃສທັດ ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ “ຮອດປີ 2030 ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນສະພາບແວດລ້ອມທີ່ປອດໄພຈາກລະເບີດບໍ່ທັນແຕກ ແລະ ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ເປົ້າໝາຍຍຸດທະສາດ 4 ເປົ້າໝາຍ ເຊິ່ງປະກອບດ້ວຍ “ຊຸມຊົນມີຄວາມປອດໄພ ແລະ ຫຼຸດຜ່ອນການເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກ; ເກັບກູ້ລະເບີດຢູ່ພື້ນທີ່ທີ່ມີຄວາມສ່ຽງສູງ ແລະ ນຳໃຊ້ພື້ນທີ່ທີ່ໄດ້ຮັບການເກັບກູ້ຢ່າງມີປະສິດທິຜົນ; ສົ່ງເສີມການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ພັດທະນາຊີວິດຂອງເຂົ້າເຈົ້າໃຫ້ສາມາດເຂົ້າຄືນສູ່ສັງຄົມ; ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ນອກຈາກນັ້ນ, ຍັງໄດ້ຄົ້ນຄວ້າກ່ຽວກັບວິທີການປະເມີນ ແລະ ການຈັດຕ້ັງປະຕິບັດ ຍຸດທະສາດແຫ່ງຊາດ ລວມທັງການຈັດການໃຫ້ບັນລຸຈຸດປະສົງຄາດໝາຍທີ່ໄດ້ລະບຸໄວ້. ທ່ານປະເດີມພອນ ສົນທະນີ ໃນນາມ ປະທານ ແລະ ຄະນະຮັບຜິດຊອບສ້າງຮ່າງແຜນຍຸດທະສາດແຫ່ງຊາດ ໄດ້ມີຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: ຮ່າງຍຸດທະສາດສະບັບນີ້ ຕ້ອງປັບປຸງແກ້ໄຂໃຫ້ເໝາະສົມຕາມເງື່ອນໄຂຂອງ ສປປ ລາວ, ສະເໜີໃຫ້ຄູ່ຮ່ວມພັດທະນາສຶບຕໍ່ປັບປຸງເນື້ອໃນແລ້ວສັງລວມສົ່ງມາໃຫ້ທາງ ຫ້ອງການ ຄຊກລ, ໃຫ້ ຫ້ອງການ ຄຊກລ ປະສານສົມທົບກັບ ຄະນະສ້າງຮ່າງຍຸດທະສາດແຫ່ງຊາດ ປັບປຸງເນື້ອໃນ, ໂຄງສ້າງ ແລະ ຮຽບຮຽງຄືນ ເພື່ອນຳສະເໜີເຂົ້າໃນກອງປະຊຸມລັດຖະບານ ເພື່ອພິຈາລະນາຮັບຮອງ.