ວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ວັນທີ 4 ເມສາ

Published on 04/04/2022

ວັນທີ 4 ເມສາ ເປັນວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ. ວັນດັ່ງກ່າວຖືກປະກາດໂດຍ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນປີ 2005 ເຊີ່ງເປົ້າໝາຍແມ່ນເພື່ອໂຄສະນາ ແລະ ປູກຈິດສຳນຶກກ່ຽວກັບອັນຕະລາຍ ຂອງລະເບີດບໍ່ທັນແຕກ ແລະ ຮຽກຮ້ອງໃຫ້ເອົາໃຈໃສ່ເພື່ອຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ, ໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ລະດົມທຶນເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກໃນທົ່ວໂລກ ໂດຍສະເພາະປະເທດທີ່ໄດ້ຮັບຜົນກະທົບຫຼາຍ. ເຊິ່ງໃນວັນທີ 4 ເມສາ 2022 ແມ່ນຄົບຮອບ 17 ປີ ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີິ່ສຸດໃນໂລກ ຈາກການຖີ້ມລະເບີດຢ່າງໜັກໜ່ວງໃນປາງສົງຄາມອີນດູຈີນ ແຕ່ປີ 1964-1973 ເມື່ອທຽບໃສ່ຈໍານວນປະຊາກອນ. ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນຫຼວງຫຼາຍ ໄດ້ສືບຕໍ່ສ້າງຄວາມເສຍຫາຍທາງດ້ານຮ່າງກາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ເປັນອຸປະສັກຕໍ່ການນໍາໃຊ້ທີ່ດີນເພື່ອທໍາການຜະລິດກະສິກໍາ, ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ, ເປັນອຸປະສັກຕໍ່ ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ປີ 2030. ການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໄດ້ຈັດຕັ້ງປະຕິບັດນັບແຕ່ປີ 1990 ຈົນເຖິງ 31 ທັນວາ 2021 ໄດ້ກວດກູ້ເນື້ອທີ່ດິນທັງໜົດ 73,400 ກວ່າເຮັກຕ້າ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 1,700,000 ກວ່າໜ່ວຍ; ໃນນີ້ລະເບີດລູກຫວ່ານ (ບົມບີ) ຈໍານວນ 990,600 ກວ່າໜ່ວຍ; ບົມໃຫຍ່ ຈໍານວນ 4,300 ກວ່າໜ່ວຍ; ລະເບີດຝັງດິນ (ມິນ) ຈໍານວນ 2,300 ກວ່າໜ່ວຍ; ແລະ ທຳລາຍສໍາພາວຸດອື່ນໆ ຈໍານວນ 724,000 ກວ່າໜ່ວຍ. ສໍາລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແມ່ນສາມາດເຄື່ອນໄຫວໂຄສະນາໄດ້ຈໍານວນ 3,900 ກວ່າບ້ານ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແຕ່ປີ 2015 ຫາ ປີ 2021 ຈໍານວນ 390 ກວ່າຄົນ; ການສຳຫຼວດບໍ່ແມ່ນວິຊາການ ແຕ່ປີ 2011 ຫາປີ 2021 ຈໍານວນ 2,480 ກວ່າບ້ານ; ການສຳຫຼວດທາງດ້ານວິຊາການ ແຕ່ປີ 2010 ຫາ ປີ 2021 ຈໍານວນ 1,700 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານ ແຕ່ປີ 2010 – 2021 ຈໍານວນ 152,500 ກວ່າເຮັກຕ້າ. ບັນດາຜົນສໍາເລັດ ທີ່ກ່າວມານີ້ ເປັນຄວາມພະຍາຍາມຂອງ ລັດຖະບານ ທີ່ໃຫ້ການຊີ້ນໍາ-ນໍາພາ ແລະ ການປະກອບສ່ວນດ້ານທຶນຮອນ, ເຕັກນິກ ແລະ ວິຊາການ ຈາກ ພາຍໃນ ແລະ ສາກົນ. ແຕ່ເຖີງຢ່າງໃດກໍຕາມ, ພາລະການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນ ສປປ ລາວ ຍັງຖືເປັນສີ່ງທີ່ໜັກໜ່ວງ ແລະ ປະເຊີນໜ້າກັບສີ່ງທ້າທາຍຫຼາຍດ້ານ ໂດຍສະເພາະ ດ້ານງົບປະມານ ແລະ ເຕັກນິກວິຊາການ ທີ່ຕ້ອງການສະໜັບສະໜູນຈາກສາກົນ ເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ. ສປປ ລາວ ໂດຍແມ່ນ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບ ກັບບັນດາຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງສາກົນ ສ້າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ “ເສັ້ນທາງກ້າວສູ່ຄວາມປອດໄພ” ແລະ ມາຮອດປະຈຸບັນ ຍຸດທະສາດ ສະບັບທີ 3 ໄລຍະປີ 2021-2030 ແມ່ນໄດ້ຖືກຮັບຮອງໂດຍພື້ນຖານຈາກລັດຖະບານ ແລ້ວ ເຊີ່ງຍຸດທະສາດສະບັບດັ່ງກ່າວ ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021-2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງປີ 2030 ໂດຍສະເພາະແມ່ນ ເປົ້າໝາຍທີ 18 ເຊິ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າໝາຍ. ພ້ອມດຽວກັນນີ້, ກໍໄດ້ສ້າງ ຮ່າງດໍາລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເຊີ່ງມາຮອດປະຈຸບັນ ຮ່າງດໍາລັດສະບັບດັ່ງກ່າວ ກໍໄດ້ສໍາເລັດໂດຍພື້ນຖານແລ້ວ ແລະ ຈະໄດ້ນໍາສະເໜີ ລັດຖະບານ ເພື່ອພິຈາລະນາຮັບຮອງໃນເວລາອັນໃກ້ນີ້. ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ຈະສືບຕໍ່ການຮ່ວມມືໃນຂະແໜງການແກ້ໄຂບັນຫາ ລບຕ ໂຄງການໃໝ່ໃນໄລຍະປີ 2022-2026 ເພື່ອເປັນການສະໜັບສະໜູນການຈັດຕັ້ງປະຕິບັດ ວຽກງານການແກ້ໄຂບັນຫາ ລບຕ ໃຫ້ສຳເລັດຕາມຈຸດປະສົງຄາດໝາຍ.