ກອງປະຊຸມຖະແຫຼງຂ່າວ ວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ຄົບຮອບ 17 ປີ ວັນທີ 4 ເມສາ 2005 ຫາ ວັນທີ 4 ເມສາ 2022

Published on 05/04/2022

ໃນວັນທີ 01 ເມສາ 2022 ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ວັນທີ 04 ເມສາ ຄົບຮອບ 17 ປີ ຮ່ວມກັບ ທ່ານ ນາງ Catherine Phuong ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຜ່ານລະບົບທາງໄກ. ທ່ານ ປະເດີມພອນ ສົນທະນີ ໄດ້ກ່າວວ່າ: ໃນປີ 2005 ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໄດ້ປະກາດ ໃຫ້ວັນທີ 4 ເມສາ ຂອງທຸກໆ ປີເປັນວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ເຊິ່ງເປົ້າໝາຍແມ່ນເພື່ອໂຄສະນາ ແລະ ປູກຈິດສຳນຶກກ່ຽວກັບອັນຕະລາຍຂອງ ລະເບີດບໍ່ທັນແຕກ, ຮຽກຮ້ອງໃຫ້ເອົາໃຈໃສ່ເພື່ອຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ, ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ລະດົມທຶນເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກໃນທົ່ວໂລກ ໂດຍສະເພາະປະເທດທີ່ໄດ້ຮັບຜົນກະທົບຫຼາຍ ສຳລັບ ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີິ່ສຸດໃນໂລກ ຈາກການຖີ້ມລະເບີດຢ່າງໜັກໜ່ວງໃນປາງສົງຄາມອີນດູຈີນ ແຕ່ປີ 1964-1973 ເມື່ອທຽບໃສ່ຈໍານວນປະຊາກອນ. ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນຫຼວງຫຼາຍ ໄດ້ສືບຕໍ່ສ້າງຄວາມເສຍຫາຍທາງດ້ານຮ່າງກາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ເປັນອຸປະສັກຕໍ່ການນໍາໃຊ້ທີ່ດີນເພື່ອທໍາການຜະລິດກະສິກໍາ, ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ, ເປັນອຸປະສັກຕໍ່ ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ປີ 2030. ແຕ່ເຖີງຢ່າງໃດກໍຕາມ, ພາລະການແກ້ໄຂບັນຫາລະເບິດບໍ່ທັນແຕກ ທີ່ຕົກຄ້າງໃນ ສປປ ລາວ ຍັງເປັນສິ່ງທີ່ໜັກໜ່ວງ ແລະ ປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະແມ່ນງົບປະມານ, ເຕັກນິກວິຊາການ ທີ່ຕ້ອງການສະໜັບສະໜູນຈາກສາກົນ ເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ. ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ຈະສືບຕໍ່ຮ່ວມມືກັນ ໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ໂຄງການຮ່ວມມືໃນໄລຍະໃໝ່ນີ້ ຈະເລີ່ມຈັດຕັ້ງປະຕິບັດໃນປີ 2022 ນີ້ ເຊິ່ງຈະເປັນຂິດໝາຍອັນສໍາຄັນໃນການສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ໃຫ້ບັນລຸຜົນເປັນຈີງ. ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບ ກັບບັນດາຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງສາກົນ ສ້າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະ ເຊິ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດ ວ່າດ້ວຍ “ເສັ້ນທາງກ້າວສູ່ຄວາມປອດໄພ” ແລະ ມາຮອດປະຈຸບັນ ຍຸດທະສາດ ສະບັບທີ 3 ໄລຍະປີ 2021-2030 ແມ່ນໄດ້ຖືກຮັບຮອງໂດຍພື້ນຖານຈາກລັດຖະບານແລ້ວ ເຊິ່ງແຜນຍຸດທະສາດສະບັບດັ່ງກ່າວ ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021 - 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ໂດຍສະເພາະແມ່ນເປົ້າໝາຍທີ 18 ເຊິ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າໝາຍ. ພ້ອມດຽວກັນນີ້, ກໍໄດ້ສ້າງ ຮ່າງດໍາລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເຊີ່ງມາຮອດປະຈຸບັນ ຮ່າງດໍາລັດສະບັບດັ່ງກ່າວ ກໍໄດ້ສໍາເລັດໂດຍພື້ນຖານແລ້ວ ແລະ ຈະໄດ້ນໍາສະເໜີ ລັດຖະບານ ເພື່ອພິຈາລະນາຮັບຮອງໃນເວລາອັນໃກ້ນີ້. ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນໜຶ່ງໄດ້ຖືກເກັບກູ້ອອກຈາກພື້ນທີ່ ເຊີ່ງເຮັດໃຫ້ການນໍາໃຊ້ທີ່ດີນມີຄວາມປອດໄພສໍາລັບເນື້ອທີ່ກະສິກໍາ ແລະ ເນື້ອທີ່ພັດທະນາ, ນັບແຕ່ 1996 ເຖິງ 31 ທັນວາ 2021 ໄດ້ກວດກູ້ເນື້ອທີ່ດິນທັງໜົດ 73,400 ກ່ວາເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 1,700,000 ກວ່າໜ່ວຍ ໃນນີ້ລະເບີດລູກຫວ່ານ (ບົມບີ) ຈໍານວນ 990,600 ກວ່າໜ່ວຍ, ບົມໃຫຍ່ ຈໍານວນ 4,300 ກວ່າໜ່ວຍ, ລະເບີດຝັງດິນ (ມິນ) ຈໍານວນ 2,300 ກວ່າໜ່ວຍ ແລະ ທຳລາຍສໍາພາວຸດອື່ນໆ ຈໍານວນ 724,000 ກວ່າໜ່ວຍ. ສໍາລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແມ່ນສາມາດເຄື່ອນໄຫວໂຄສະນາໄດ້ຈໍານວນ 3,900 ກວ່າບ້ານ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແຕ່ປີ 2015 ຫາ ປີ 2021 ຈໍານວນ 390 ກວ່າຄົນ; ການສຳຫຼວດບໍ່ແມ່ນວິຊາການ ແຕ່ປີ 2011 ຫາປີ 2021 ຈໍານວນ 2,480 ກວ່າບ້ານ; ການສຳຫຼວດທາງດ້ານວິຊາການ ແຕ່ປີ 2010 ຫາ ປີ 2021 ຈໍານວນ 1,700 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານ ແຕ່ປີ 2010 – 2021 ຈໍານວນ 152,500 ກວ່າເຮັກຕ້າ. ບັນດາຜົນສໍາເລັດ ທີ່ກ່າວມານີ້ ເປັນຄວາມພະຍາຍາມຂອງ ລັດຖະບານ ທີ່ໃຫ້ການຊີ້ນໍາ-ນໍາພາ ແລະ ການປະກອບສ່ວນດ້ານທຶນຮອນ, ເຕັກນິກ ແລະ ວິຊາການ ຈາກ ພາຍໃນ ແລະ ສາກົນ. ແຕ່ເຖີງຢ່າງໃດກໍຕາມ, ພາລະການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນ ສປປ ລາວ ຍັງຖືເປັນສີ່ງທີ່ໜັກໜ່ວງ ແລະ ປະເຊີນໜ້າກັບສີ່ງທ້າທາຍຫຼາຍດ້ານ ໂດຍສະເພາະ ດ້ານງົບປະມານ ແລະ ເຕັກນິກວິຊາການ ທີ່ຕ້ອງການສະໜັບສະໜູນຈາກສາກົນ ເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ ໃນໂອກາດ ວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ໃນປີນີ້ ທ່ານ ນາງ Catherine Phuong ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງຫົວຂໍ້ ຂອງວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກປີ 2022 ແມ່ນ “ທີ່ດິນປອດໄພ, ບາດກ້າວທີ່ປອດໄພ, ບ້ານທີ່ປອດໄພ” ນອກນັ້ນຍັງໄດ້ຢືນຢັນຄືນ ການພົວພັນຄູ່ຮ່ວມມືອັນໜັກແໜ້ນຂອງ ສປຊ ກັບລັດຖະບານ ສປປ ລາວ ໂດຍກ່າວວ່າ “ສປຊ ຈະພະຍາຍາມສຸດຄວາມສາມາດ ເພື່ອເຮັດໃຫ້ ສປປ ລາວ ປອດໄພ, ມີຄວາມຈະເລີນຮຸ່ງເຮືອງ ແລະ ປັດສະຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງ.”